ຂ່າວສານ

ລັດ​ເຊຍ ແລະ ຈີນ ຮ່ວມ​ມື​ຮັບ​ປະ​ກັນ​ຄວາ​ມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ພະ​ລັງ​ງານ​ທົ່ວ​ໂລກ

ລັດຖະມົນຕີກະຊວງການຕ່າງປະເທດ ສອງປະເທດ ໄດ້ພ້ອມກັນແບ່ງປັນໂດຍໃຫ້ຂໍ້ສັງເກດວ່າ SCO ເຕົ້າໂຮມບັນດາປະເທດ ໃຫຍ່ໃນຂົງເຂດຜະລິດ ກໍ່ຄືການບໍລິໂພກສະບຽງອາຫານ ແລະ ພະລັງງານ.

ລັດຖະມົນຕີກະຊວງການຕ່າງປະເທດ ສອງປະເທດ ໄດ້ພ້ອມກັນແບ່ງປັນໂດຍໃຫ້ຂໍ້ສັງເກດວ່າ SCO ເຕົ້າໂຮມບັນດາປະເທດ ໃຫຍ່ໃນຂົງເຂດຜະລິດ ກໍ່ຄືການບໍລິໂພກສະບຽງອາຫານ ແລະ ພະລັງງານ. 

   

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີແລະ ຄູ່ ຕຳແໜ່ງລັດເຊຍ Sergey Lavrov

(ພາບ: THX/TTXVN)

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີແລະ ຄູ່ ຕຳແໜ່ງລັດເຊຍ Sergey Lavrov  ໄດ້ເຫັນດີເປັນເອກະພາບວ່າ ສອງປະເທດຈະພ້ອມກັນແກ້ໄຂບັນດາສິ່ງທ້າທາຍ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານທົ່ວໂລກ. ຕາມແຈ້ງການຂອງກະຊວງການຕ່າງປະເທດ ຈີນ ແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນກອງປະຊຸມຢູ່ນະຄອນຫຼວງ Tashkent, ປະເທດ ອຸດເບກິດສະຖານ ຢູ່ນອກກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດຂອງອົງການຮ່ວມມື ຊຽງໄຮ (SCO).

ລັດຖະມົນຕີກະຊວງການຕ່າງປະເທດ ສອງປະເທດ ໄດ້ພ້ອມກັນແບ່ງປັນໂດຍໃຫ້ຂໍ້ສັງເກດວ່າ SCO ເຕົ້າໂຮມບັນດາປະເທດ ໃຫຍ່ໃນຂົງເຂດຜະລິດ ກໍ່ຄືການບໍລິໂພກສະບຽງອາຫານ ແລະ ພະລັງງານ. ດັ່ງນັ້ນ, ຄວນເພີ່ມທະວີການຮ່ວມມື ແລະ ພ້ອມກັນສວມບົດບາດສ້າງມາດຕະການແກ້ໄຂສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານທົ່ວໂລກ.

(ແຫຼ່ງຄັດຈາກ VOV)


top