ທີ່ການປຶກສາຫາລື, ທ່ານ Leonid Slutsky ປະທານກຳມາທິການ ການຕ່າງປະເທດ Duma ແຫ່ງຊາດລັດເຊຍ ຢັ້ງຢືນວ່າການພົບປະຄັ້ງນີ້ມີຄວາມໝາຍແກ້ໄຂບັນຫາໃດໜຶ່ງກ່ຽວກັບການພົບປະກັບບັນດາຜູ້ຕາງໜ້າຂອງລັດຖະສະພາ ເອີລົບ ແລະ ການໂອ້ລົມຟື້ນຟູການເຈລະຈາທີ່ຖືກຂາດວັກຂາດຕອນແຕ່ປີ 2014.
ວັນທີ 1 ຕຸລາ, ກຳມາທິການ ການຕ່າງປະເທດ Duma ແຫ່ງຊາດ (ສະພາຕ່ຳ) ລັດເຊຍ ໃຫ້ຮູ້ວ່າ ບັນດາສະມາຊິກລັດຖະສະພາ ລັດເຊຍ ແລະ ລັດຖະສະພາ ເອີລົບ ໄດ້ປຶກສາຫາລືກ່ຽວກັບການປະທະກັນ ຢູ່ຢູແກຼນ ແລະ ຄວາມອາດສາມາດຟື້ນຟູການຮ່ວມມືລະຫວ່າງ ລັດເຊຍ ແລະ ບັນດາປະເທດ ເອີລົບ. ກ່ອນໜ້ານັ້ນ, ບັນດາສະມາຊິກ ກຳມາທິການ ການຕ່າງປະເທດ Duma ແຫ່ງຊາດ ລັດເຊຍ ກໍ່ໄດ້ຈັດກອງປະຊຸມແບບທາງໄກກັບບັນດາສະມາຊິກລັດຖະສະພາເອີລົບ. ບັນດາສະມາຊິກລັດຖະສະພາທີ່ມາຈາກ ໂອຕາລິດ, ເຢຍລະມັນ, ບຸນກາຣີ ແລະ ລຸກຊຳບວກ ໂດຍທ່ານ Fernand Kartheiser ນຳໜ້າ ໄດ້ເຂົ້າຮ່ວມການປຶກສາຫາລື. ທີ່ການປຶກສາຫາລື, ທ່ານ Leonid Slutsky ປະທານກຳມາທິການ ການຕ່າງປະເທດ Duma ແຫ່ງຊາດລັດເຊຍ ຢັ້ງຢືນວ່າການພົບປະຄັ້ງນີ້ມີຄວາມໝາຍແກ້ໄຂບັນຫາໃດໜຶ່ງກ່ຽວກັບການພົບປະກັບບັນດາຜູ້ຕາງໜ້າຂອງລັດຖະສະພາ ເອີລົບ ແລະ ການໂອ້ລົມຟື້ນຟູການເຈລະຈາທີ່ຖືກຂາດວັກຂາດຕອນແຕ່ປີ 2014.