ຂ່າວສານ

ລັດ​ເຊຍ ເປີດກວ້າງ​ບັນ​ຊີ​ລາຍ​ຊື່​ລົງ​ໂທດ​ສຳ​ລັບ ອີ​ຢູ

ມົດສະກູ ໄດ້ເປີດກວ້າງບັນຊີລາຍຊື່ເຈົ້າໜ້າທີ່ ສະຫະພາບເອີຣົບ (ອີຢູ) ທີ່ຫ້າມບໍ່ໃຫ້ເຂົ້າປະເທດນີ້ ແນໃສ່ໂຕ້ຕອບຄືນການລົງໂທດທີ 9 ຂອງ ອີຢູ.
ສຳນັກງານກະຊວງການຕ່າງປະເທດ ລັດເຊຍ (ພາບ: AFP/TTXVN)

ວັນທີ 17 ມັງກອນ, ກະຊວງການຕ່າງປະເທດ ລັດເຊຍ ແຈ້ງໃຫ້ຊາບວ່າ ມົດສະກູ ໄດ້ເປີດກວ້າງບັນຊີລາຍຊື່ເຈົ້າໜ້າທີ່ ສະຫະພາບເອີຣົບ (ອີຢູ) ທີ່ຫ້າມບໍ່ໃຫ້ເຂົ້າປະເທດນີ້ ແນໃສ່ໂຕ້ຕອບຄືນການລົງໂທດທີ 9 ຂອງ ອີຢູ.

ຕາມນັ້ນແລ້ວ, ລັດເຊຍ ຈະຈັດວາງຄຳສັ່ງລົງໂທດສຳລັບບັນດາອົງການປະຕິບັດກົດໝາຍຂອງ ອີຢູ ທີ່ພວມເຂົ້າຮ່ວມການຝຶກແອບພົນທະຫານ ຢູແກຼນ ໃນຂອບເຂດການເຄື່ອນໄຫວໜູນຊ່ວຍການທະຫານຂອງ ອີຢູ ທີ່ມີຕໍ່ Kiev. ໃນບັນຊີລາຍຊື່ລົງໂທດນັ້ນ ຍັງມີຮາກຖານຕ່າງໆຂອງລັດຖະບານ ແລະ ບໍລິສັດເອກະຊົນຜະລິດອາວຸດທາງການທະຫານ ແລະ ສະໜອງໃຫ້ ຢູແກຼນ ພ້ອມດ້ວຍສະມາຊິກລັດຖະສະພາ ອີຢູ ຈຳນວນໜຶ່ງ.

ໃນນັ້ນ, ນັບແຕ່ເດືອນ ກຸມພາ 2022, ອີຢູ ໄດ້ຮັບຮອງເອົາ 9 ບ້ວງລົງໂທດແນໃສ່ ລັດເຊຍ ໃນບັນດາຂົງເຂດ ນ້ຳມັນ, ທະນາຄານ, ສື່ມວນຊົນ…


top