ຂ່າວສານ

ລັດ​ເຊຍ, ຢູ​ແກຼນ ຖະ​ແຫຼງ​ຢຸດ​ຍິງ​ກ່ອນ​ດຳ​ເນີນ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ​ວັນ​ທີ 9 ພຶດ​ສະ​ພາ

ເນື່ອງ​ໃນ​ໂອ​ກາດ​ວັນ​ໄຊ​ຊະ​ນະ​ໃນ​ສົງ​ຄາມ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຄັ້ງ​ຍິ່ງ​ໃຫຍ່ (ວັນ​ທີ 9 ພຶດ​ສະ​ພາ), ສະ​ຫະ​ພັນ ລັດ​ເຊຍ ຕົກ​ລົງ​ປະ​ກາດ​ຄຳ​ສັ່ງ​ຢຸດ​ຍິງ​ທີ່​ແກ່​ຍາວ​ເປັນ​ເວ​ລາ 2 ວັນ, ວັນ​ທີ 8 ແລະ ວັນ​ທີ 9 ພຶ​ດ​ສະ​ພາ.
  ປະ​ຊາ​ຊົນ​ຍ່າງ​ຜ່ານ​ຈັດ​ຕຸ​ລັດ​ແດງ ຢູ່ ມົດ​ສະ​ກູ​ໃນ​ວັນ​ທີ 24/4/2026 (ພາບ: AP/Pavel Bednyakov)  

ຝ່າຍ ລັດ​ເຊຍ ກໍ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ ຢູ​ແກຼນ ຈະ​ຕອບຄືນ​ດ້ວຍ​ບັນ​ດາ​ບາດ​ກ້າວ​ເດີນ​ທີ່​ຄ້າຍ​ຄື​ກັນ, ປະ​ກອບ​ສ່ວ​ນຫຼຸ​ດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ແລະ ສ້າງ​ເງື່ອນ​ໄຂ​ໃຫ​້​ແກ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ມຸ່ງ​ໄປ​ເຖິງ​ສັນ​ຕິ​ພາບ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ ຖະ​ແຫຼງວ່າ ຈະ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ໂຕ້​ຕອບ​ເລັ່ງ​ໃສ່​ໃຈ​ກາງ Kiev ໃນ​ກໍ​ລະ​ນີ ຢູ​ແກຼນ ຊອກ​ຫາ​ວິ​ທີ​ມ້າງ​ທຳ​ລາຍ​ບັນ​ດາ​ກິດ​ຈະ​ກຳ​ສະເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ​ຢູ່ ລັດ​ເຊຍ.

ກໍ​ໃນ​ວັນ​ດຽວ​ກັນ, ທ່ານ Volodymyr Zelensky ກໍ​ຖະ​ແຫຼງ​ຢຸດ​ຍິງ ເລີ່ມ​ແຕ່​ເວ​ລາ 00 ໂມງ 00 ນາ​ທີ​ຂອງວັນ​ທີ 6 ພຶດ​ສະ​ພາ ຕາມ​ເວ​ລາ​ທ້ອງ​ຖິ່ນ (ກົງ​ກັບ 4 ໂມງ 00 ນາ​ທີ​ຂອງວັນ​ດຽວ​ກັນ​ຕາມ​ເວ​ລາ ຫວຽດ​ນາມ). ທ່ານ​ໃຫ້​ຮູ້​ວ່າ ​ເຖິງວ່າ ບໍ່​​ໄດ້​ຮັບ​ຄຳ​ຮຽກ​ຮ້ອງ​​ທາງ​ການ​ໃດໆ​ຈາກ ລັດ​ເຊຍ ກ່ຽວ​ກັບ​ບັນ​ດາ​ມາດ​ຕາ​ຢຸດ​ຍິງກໍ່​ຕາມ, ແຕ່​ທ່ານ Zelensky ຢັ້ງ​ຢືນ​ວ່າ ຝ່າຍ ຢູ​ແກຼນ ຈະ​ມີ​ການ​ກະ​ທຳ “ທີ່​ສົມ​ສ່ວນ”. ທ່ານ​ກໍ​ຖື​ວ່າ ໄດ້​ຮອດ​ເວ​ລາ​ແລ້ວ​ທີ່​ການ​ນຳ ລັດ​ເຊຍ ຕ້ອງ​ມີ​ບັນ​ດາ​ບາດ​ກ້າວ​ເດີນ​ຢ່າງ​ແທ້​ຈິງ ເພື່ອ​ຢຸດ​ຕິ​ການ​ປະ​ທະ​ກັນ.


top