ຂ່າວສານ

ລັດ​ເຊຍ ຢຸດ​ການ​ສະ​ໜອງ​ນ້ຳ​ມັນ​ອາຍ​ແກັດ​ຜ່ານ​ທໍ່​ສົ່ງ​ນ້ຳ​ມັນ ຕວັກ​ກີ ​ໂດຍ​ຊົ່ວ​ຄາວ

ບໍລິສັດເຊື້ອໄຟ Gazprom ຂອງ ລັດເຊຍ ໄດ້ແຈ້ງໃຫ້ຊາບວ່າ ຈະຢຸດການສະໜອງເຊື້ອໄຟທີ່ສົ່ງຜ່ານທໍ່ນ້ຳມັນ ຕວັກກີ ໂດຍຊົ່ວຄາວແຕ່ວັນທີ 21 – 28 ມິຖຸນາ.
  ທໍ່ສົ່ງນ້ຳມັນຂອງບໍລິສັດເຊື້ອໄຟ Gazprom (ພາບ: TTXVN)  

 ວັນທີ 18 ມິຖຸນາ, ບໍລິສັດເຊື້ອໄຟ Gazprom ຂອງ ລັດເຊຍ  ໄດ້ແຈ້ງໃຫ້ຊາບວ່າ ຈະຢຸດການສະໜອງເຊື້ອໄຟທີ່ສົ່ງຜ່ານທໍ່ນ້ຳມັນ ຕວັກກີ ໂດຍຊົ່ວຄາວແຕ່ວັນທີ 21 – 28 ມິຖຸນາ ເພື່ອສ້ອມແປງປະຈຳປີ. Gazprom ໃຫ້ຮູ້ວ່າ, ແຜນການດັ່ງກ່າວໄດ້ກຳນົດໄວ້ກ່ອນສຳລັບທຸກຝ່າຍທີ່ກ່ຽວຂ້ອງ.

ທໍ່ສົ່ງນ້ຳມັນ ຕວັກກີ ແລ່ນຜ່ານທະເລດຳ ລວມມີສອງລະບົບທໍ່ຍ່ອຍ, ລະບົບທໍ່ໜຶ່ງແມ່ນສະໜອງເຊີ້ອໄຟໃຫ້ແກ່ລູກຄ້າຕວັກກີ ແລະ ອີກລະບົບທໍ່ໜຶ່ງແມ່ນສົ່ງພະລັງງານໄປຍັງບັນດາປະເທດພາກໃຕ້ ແລະ ພາກຕາເວັນອອກສ່ຽງໃຕ້ຂອງເອີຣົບ.

ກ່ອນໜ້ານັ້ນ, ຕົ້ນອາທິດນີ້, Gazprom ໄດ້ແຈ້ງໃຫ້ຊາບວ່າ ຈະຫຼຸດປະລິມານເຊື້ອໄຟທີ່ສະໜອງໃຫ້ເອີຣົບ ຜ່ານລະບົບທໍ່ສົ່ງນ້ຳມັນທາງທິດເໜືອ ໃຫ້ລົງເໜືອພຽງປະມານ 67 ລ້ານ ແມັດກ້ອນຕໍ່ວັນ, ດ້ວຍຂໍ້ອ້າງແມ່ນ ຍ້ອນສາຍເຫດດ້ານເຕັກນິກ.


top