ຂ່າວສານ

ລັດ​ເຊຍ ຢັ້ງ​ຢືນ ການຮັກ​ສາ​ການ​ເຈ​ລະ​ຈາ​ແມ່ນ​ມີ​ລັກ​ສະ​ນະ​ສ້າງ​ສັນ​ກັບ ອາ​ເມ​ລິ​ກາ

ອາເມລິກາ ບັນລຸໄດ້ຂໍ້ຕົກລົງກັບ NATO, ຕາມນັ້ນແລ້ວ ບັນດາປະເທດ ເອີຣົບ ຈະຊື້ອາວຸດ ໂດຍ ອາເມລິກາ ຜະລິດ ແລະ ຫຼັງຈາກນັ້ນ ຈະສະໜອງໃຫ້ແກ່ ຢູແກຼນ.
ທ່ານເລຂາທິການໃຫຍ່ອົງການ ສົນທິສັນຍາອັດລັງຕິກເໜືອ (NATO) Mark Rutte ພົບປະກັບທ່ານປະທານາທິບໍດີ Donald Trump (ພາບ: REUTERS/Nathan Howard)

ວັນທີ 14 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດບາດກ້າວຈຳນວນໜຶ່ງເພື່ອແນໃສ່ສ້າງກຳລັງກົດດັນຕໍ່ ລັດເຊຍ ມຸ່ງໄປເຖິງການສິ້ນສຸດການປະທະກັນຢູ່ ຢູແກຼນ. ເມື່ອກ່າວຄຳເຫັນໃນການປະຊຸມຖະແຫຼງຂ່າວຮ່ວມກັບທ່ານເລຂາທິການໃຫຍ່ອົງການ ສົນທິສັນຍາອັດລັງຕິກເໜືອ (NATO) Mark Rutte ຢູ່ທຳນຽບຂາວ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ອາເມລິກາ ບັນລຸໄດ້ຂໍ້ຕົກລົງກັບ NATO, ຕາມນັ້ນແລ້ວ ບັນດາປະເທດ ເອີຣົບ ຈະຊື້ອາວຸດ ໂດຍ ອາເມລິກາ ຜະລິດ ແລະ ຫຼັງຈາກນັ້ນ ຈະສະໜອງໃຫ້ແກ່ ຢູແກຼນ. ກໍໃນການປະຊຸມຖະແຫຼງຂ່າວ, ທ່ານປະທານາທິບໍດີ Donald Trump ສະແດງຄວາມຜິດຫວັງ ເມື່ອການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຍັງສືບຕໍ່ດຳເນີນ:

“ຂ້າພະເຈົ້າເຄີຍຄິດວ່າ ຈະບັນລຸໄດ້ຂໍ້ຕົກລົງກ່ອນນີ້ 2 ເດືອນ ແຕ່ສິ່ງນັ້ນເບິ່ງຄືວ່າບໍ່ສາມາດເກີດຂຶ້ນ. ເພາະເຫດນັ້ນ, ພວກຂ້າພະເຈົ້າຈະຈັດວາງອັດຕາພາສີ ຖ້າບໍ່ບັນລຸໄດ້ຂໍ້ຕົກລົງກັບ ລັດເຊຍ ໃນເວລາ 50 ວັນ. ອັດຕາພາສີຈະແມ່ນ 100%.”

ໃນຂະນັ້ນນັ້ນ, ວັນທີ 14 ກໍລະກົດ, ທ່ານ Kirill Dmitriev, ຜູ້ອໍານວຍການໃຫຍ່ກອງທຶນລົງທຶນໂດຍກົງ ລັດເຊຍ, ທູດພິເສດຂອງທ່ານປະທານາທິບໍດີ ລັດເຊຍ ຮັບຜິດຊອບການຮ່ວມມືດ້ານເສດຖະກິດ - ລົງທຶນກັບບັນດາປະເທດ ໄດ້ຢັ້ງຢືນວ່າ ລັດເຊຍ ຈະສືບຕໍ່ຮັກສາການເຈລະຈາທີ່ມີລັກສະນະສ້າງສັນກັບ ອາເມລິກາ. ທ່ານ Kirill Dmitriev ໄດ້ຢັ້ງຢືນເຖິງຄວາມຈຳເປັນຂອງວິວັດທະນາການສົນທະນາທີ່ຍຸຕິທຳ, ບົນຫຼັກການເຄົາລົບເຊິ່ງກັນ ແລະ ກັນ, ການຮ່ວມມືດ້ານເສດຖະກິດ ແລະ ຄວາມເປັນຈິງໃນດ້ານການເມືອງ.


top