ຂ່າວສານ

ລັດ​ເຊຍ ກັບ​ຄືນນອນ​ໃນ ກຸ່ມ 10 ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ

ລັດເຊຍ ຢືນອັນດັບໜຶ່ງໃນຕາຕະລາງຈັດອັນດັບຂອງປີກາຍ ດ້ວຍຍອດ GDP ຄາດວ່າບັນລຸ 25.500 ຕື້ USD. ຖັດຈາກ ຈີນ, ຍີ່ປຸ່ນ, ເຢຍລະມັນ ແລະ ອິນເດຍ.
  ລັດເຊຍ ໄດ້ກັບຄືນນອນໃນກຸ່ມ 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ (ພາບ: Sputnik)  

ເປັນຄັ້ງທຳອິດ ພາຍຫຼັງໄລຍະເວລາ 9 ປີ, ລັດເຊຍ ໄດ້ກັບຄືນນອນໃນກຸ່ມ 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ແລະ ກໍເປັນຄັ້ງທຳອິດທີ່ປະເທດນີ້ ຢືນອັນດັບທີ 8, ດ້ວຍກຳລັງແຮງການຜະລິດສິນຄ້າ ແລະ ການບໍລິການ ບັນລຸໄດ້ມູນຄ່າ 2.300 ຕືິ້ USD ໃນປີກາຍ. ຂໍ້ມູນດັ່ງກ່າວແມ່ນຂອງທະນາຄານໂລກ ແລະ ບັນດາອົງການສະຖິຕິ ໂດຍສຳນັກຂ່າວສານ Sputnik (ລັດເຊຍ) ປະກາດ. ຕາມຂໍ້ມູນທີ່ໄດ້ລວບລວມມາ, ປີ 2014, ລັດເຊຍ ຢຶນອັນດັບທີ 9 ໃນບັນຊີບັນດາພື້ນຖານເສດຖະກິດໃຫຍ່ຂອງໂລກ ຍ້ອນການຜະລິດສິນຄ້າ ແລະ ການບໍລິການທີ່ມີມູນຄ່າ 2.050 ຕື້ USD. ຮອດປີ 2021, ປະເທດນີ້ພວມຢືນອັນດັບທີ 11.

ຂໍ້ມູນດັ່ງກ່າວກໍຊີ້ໃຫ້ເຫັນວ່າ ພື້ນຖານເສດຖະກິດ ລັດເຊຍ ຢືນອັນດັບໜຶ່ງໃນຕາຕະລາງຈັດອັນດັບຂອງປີກາຍ ດ້ວຍຍອດ GDP ຄາດວ່າບັນລຸ 25.500 ຕື້ USD. ຖັດຈາກ ຈີນ, ຍີ່ປຸ່ນ, ເຢຍລະມັນ ແລະ ອິນເດຍ.

ທະນາຄານໂລກ ຢັ້ງຢືນວ່າ ພື້ນຖານເສດຖະກິດ ລັດເຊຍ ພວມເຄື່ອນໄຫວດີ ເມື່ອທຽບໃສ່ການຄາດຄະເນ. ກອງທຶນເງິນຕາສາກົນ ຄາດຄະເນວ່າ GDP ຂອງ ລັດເຊຍ  ຈະບັນລຸລະດັບເຕີບໂຕ 0,7% ໃນປີນີ້, ເທົ່າກັບ ຝລັ່ງ.


top