ຂ່າວສານ

ລັດ​ວິ​ສາ​ຫະ​ກິດ ແມ່ນ​ກຳ​ລັງສຳ​ຄັນ​​ທາງ​ດ້ານ​ວັດ​ຖຸ​ຂອງເສດ​ຖະ​ກິດ​ແຫ່ງ​ລັດ

ວັນທີ 24 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດກັບລັດວິສາຫະກິດກ່ຽວກັບຫົວຂໍ້ “ສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວແນໃສ່ລະດົມແຫຼ່ງກຳລັງຂອງລັດວິສາຫະກິດໃນການພັດທະນາເສດຖະກິດ - ສັງຄົມ”.

ວັນທີ 24 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດກັບລັດວິສາຫະກິດກ່ຽວກັບຫົວຂໍ້ “ສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວແນໃສ່ລະດົມແຫຼ່ງກຳລັງຂອງລັດວິສາຫະກິດໃນການພັດທະນາເສດຖະກິດ - ສັງຄົມ”.


ກອງປະຊຸມທາງໄກທົ່ວປະເທດກັບລັດວິສາຫະກິດກ່ຽວກັບຫົວຂໍ້ “ສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວແນໃສ່ລະດົມແຫຼ່ງກຳລັງຂອງລັດວິສາຫະກິດໃນການພັດທະນາເສດຖະກິດ - ສັງຄົມ”

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ພັກ, ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ກຳນົດວ່າ ການປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງທຸກຂັ້ນ, ທຸກຂະແໜງການ. ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ເຮັດແຈ້ງບົດບາດຄຸ້ມຄອງລັດຂອງອົງການຕາງໜ້າລັດເປັນເຈົ້າຂອງກຳມະສິດ, ຄະນະກຳມະການຄຸ້ມຄອງທຶນຂອງລັດ ຢູ່ ວິສາຫະກິດ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.

        “ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຄວນປະຕິບັດບົດບາດຄຸ້ມຄອງລັດຂອງອົງການຕາງໜ້າລັດທີ່ເປັນເຈົ້າຂອງກຳມະສິດ, ຄະນະກຳມະການຄຸ້ມຄອງທຶນຂອງລັດຢູ່ ວິສາຫະກິດໃຫ້ເປັນຢ່າງດີ. ບັນຫາໃດທີ່ຂັດຂ້ອງຕ້ອງແກ້ໄຂ, ຮູບແບບຄະນະຄຸ້ມຄອງທຶນຂອງລັດຢູ່ ວິສາຫະກິດຕ້ອງເສີມຂະຫຍາຍປະສິດທິຜົນການຜະລິດດຳເນີນທຸລະກິດ ແລະ ຂອງລັດວິສາຫະກິດ.”

        ເພື່ອຊຸກຍູ້ລັດວິສາຫະກິດເສີມຂະຫຍາຍໄດ້ທ່າແຮງ, ເປັນກຳລັງສຳຄັນທາງດ້ານວັດຖຸຂອງເສດຖະກິດແຫ່ງລັດຢ່າງແທ້ຈິງນັ້ນ”, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຕ້ອງຮັບຮູ້ຈຸດອຸດຕັນໃນກົນໄກ, ນະໂຍບາຍໃນຂົງເຂດວິສາຫະກິດນີ້ ຈາກນັ້ນວາງອອກການກຳນົດທິດ, ມາດຕະການປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວເພື່ອແນໃສ່ລະດົມແຫຼ່ງກຳລັງຈາກລັດວິສາຫະກິດໃນການພັດທະນາເສດຖະກິດສົງຄົມໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top