ຂ່າວສານ

ລັດ​ຖະ​ສະ​ພາ​ເອີ​ລົບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ ​ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ EU – ຫວຽດ​ນາມ

ໃນ ກອງປະຊຸມຄົບຄະນະຂອງ ລັດຖະສະພາເອີລົບຢູ່ Strasbourg, ຝລັ່ງ ເຊິ່ງໄດ້ດຳເນີນຢ່າງເປັນທາງການໃນວັນທີ 11 ກຸມພາ ເພື່ອມຸ່ງໄປເຖິງການໃຫ້ສັດຕະຍາບັນ ສັນຍາການຄ້າເສລີລະຫວ່າງ EU  ແລະ ຫວຽດນາມ (EVFTA). ໃນ ກອງປະຊຸມນີ້, ບັນດາສະມາຊິກລັດຖະສະພາເອີລົບ ໄດ້ປຶກສາຫາລືໂດຍອີງໃສ່ບົດລາຍງານຂອງ ທ່ານ ສະມາຊິກລັດຖະສະພາ Geert Bourgeois ໄດ້ກະກຽມ ແລະ ນຳສະເໜີ.

 ກອງປະຊຸມຄົບຄະນະຂອງ ລັດຖະສະພາເອີລົບ (ພາບ: KT)

ໃນໝວດທຳອິດ, ເມື່ອສະເໜີພິຈາລະນາ ແລະ ໃຫ້ສັດຕະຍາບັນສັນຍາ EVFTA, ບົດລາຍງານຂອງ ທ່ານ Geert Bourgeois ໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມແມ່ນຄູ່ຮ່ວມມືຍຸດທະສາດ ກັບ EU ແລະ EU ຈະພ້ອມກັບ ຫວຽດນາມ ແບ່ງປັນຫຼາຍເປົ້າໝາຍລວມຄືຊຸກຍູ້ການເຕີບໂຕ ແລະ ວຽກເຮັດງານທຳ, ດັດປັບລັກສະນະແກ້ງແຍ້ງ, ການຕໍ່ສູ້, ຕ້ານຄວາມອຶດຫິວທຸກຍາກ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ກໍ່ຄືຄຳໝັ້ນສັນຍາຢ່າງແຮງກັບການຄ້າເສລີກໍ່ຄືການຄ້າຫຼາຍຝ່າຍທີ່ອີງຕາມກົດໝາຍ.

        ບົດລາຍງານຂອງ ທ່ານ Geert Bourgeois ມີ 48 ຂໍ້ທີ່ ເຕື້ອງເຖິງບັນດາຜົນປະໂຫຍດຂອງ ການຊຸກຍູ້ການພົວພັນແລກປ່ຽນການຄ້າຢ່າງແຮງກັບຫວຽດນາມ. ທ່ານສະເໜີໃຫ້ “ລັດຖະສະພາເອີລົບໃຫ້ສັດຕະຍາບັນສັນຄາການຄ້າເສລີ ລະຫວ່າງ EU  - ຫວຽດນາມ ໂດຍໄວ”.

        ພາຍຫຼັງການປຶກສາຫາລື, ຄາດວ່າລັດຖະສະພາເອີລົບຈະດຳເນີນບ່ອນບັດກ່ຽວກັບສັນຍາການຄ້າເສລີລະຫວ່າງ EU – ຫວຽດນາມ ໃນ ເວລາ 12 ໂມງໃນວັນທີ 12 ກຸມພາ (ຕາມເວລາທ້ອງຖິ່ນ).

(ແຫຼ່ງຄັດຈາກ VOV)


top