ຂ່າວສານ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຮຽກ​ໂຮມ​ກອງ​ປະ​ຊຸມ​​ກ່ຽວ​ກັບ​ບັນ​ຫາ​ມຽນ​ມາ​ໃນ​ວັນ​ທີ 27 ຕຸ​ລາ

ວັນທີ 23 ຕຸລາ, ສື່ມວນຊົນໄທ ໄດ້ໃຫ້ຂ່າວວ່າ ປະເທດ ປະທານອາຊຽນ 2022 ກຳປູເຈຍ ໄດ້ອອກຖະແຫຼງການໂດຍໃຫ້ຮູ້ວ່າ ລັດຖະມົນຕີການຕ່າງປະເທດ ອາຊຽນ ຈະຈັດກອງປະຊຸມພິເສດ ຢູ່ ອິນໂດເນເຊຍ ໃນວັນທີ 27 ຕຸລາ ປີ 2022 ເພື່ອປຶກສາຫາລືກ່ຽວກັບບັນຫາມຽນມາ.
  ການນຳບັນດາປະເທດ ອາຊຽນ ຢູ່ກອງປະຊຸມສຸດຍອດພິເສດ (ພາບ: ASEAN.org)  

 

ທ່ານ Chum Sounry ໂຄສົກກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍໃຫ້ຮູ້ວ່າ: ກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດ ອາຊຽນ ຈະຈັດຂຶ້ນຢູ່ສຳນັກງານຄະນະເລຂາອາຊຽນ, ທີ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ. ເນື້ອໃນໂຄງການດຳເນີນງານຈະສຸມໃສ່ປຶກສາຫາລືວິວັດການປະຕິບັດ ຂໍ້ເຫັນດີເຫັນພ້ອມ 5 ປະການ ຂອງ ອາຊຽນ ກ່ຽວກັບບັນຫາ ມຽນມາ, ບົນພື້ນຖານນັ້ນເຫັນດີເປັນເອກະພາບຫຼັກໝັ້ນລວມກ່ຽວກັບວິທີການສຳຜັດ ແລະ ມາດຕະການຕໍ່ໄປຂອງ ອາຊຽນ ໃນການແກ້ໄຂບັນຫານີ້. ຂໍ້ເຫັນດີເຫັນພ້ອມ 5 ປະກາດຂອງອາຊຽນ ໂດຍການນຳ9 ທ່ານຂອງບັນດາປະເທດ ສະມາຊິກອາຊຽນ ແລະ ການນຳອຳນາດການທະຫານ ປົກຄອງຝ່າຍມຽນມາໄດ້ຮັບຮອງເອົາຢູ່ກອງປະຊຸມສຸດຍອດພິເສດໃນວັນທີ 24 ເມສາ ປີ 2021 ເພື່ອແນໃສ່ແກ້ໄຂວິກິດການມຽນມາ ພາຍຫຼັງເຫດການການເມືອງ ໃນເດືອນກຸມພາ ປີ 2021.

top