ຂ່າວສານ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergey Lavrov ເຕື້ອງ​ເຖິງ​ຮອບ​ເຈ​ລະ​ຈາ​ຄັ້ງ​ທີ 2 ກັບ ຢູ​ແກຼນ

ວັນທີ 23 ພຶດສະພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergey Lavrov ໃຫ້ຮູ້ວ່າ ຈະມີຮອບເຈລະຈາຄັ້ງທີ 2 ກັບ ຢູແກຼນ.
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergey Lavrov (ພາບ: Reuters)
ເມື່ອກ່າວຄຳເຫັນໃນກອງປະຊຸມສຸດຍອດ ໄດ້ດຳເນີນຢູ່ ນະຄອນຫຼວງ ມົດສະກູ, ທ່ານ Lavrov ຊີ້ແຈ້ງວ່າ ຝ່າຍ ລັດເຊຍ ສະໜັບສະໜູນວິວັດທະນາການເຈລະຈາ ແລະ ຢັ້ງຢືນຈະມີຮອບເຈລະຈາຕໍ່ໄປໃນໄລຍະຈະມາເຖິງ. ເມື່ອໄດ້ຖາມກ່ຽວກັບວຽກງານກະກຽມບົດບັນທຶກຊ່ວຍຈຳລະຫວ່າງ ລັດເຊຍ ແລະ ຢູແກຼນ ກ່ຽວກັບຂໍ້ຕົກລົງສັນຕິພາບ ແລະ ຢຸດຍິງ, ທ່ານລັດຖະມົນຕີ Sergey Lavrov ໃຫ້ຮູ້ວ່າ ຝ່າຍ ລັດເຊຍ ພວມດຳເນີນວຽກງານຂອງຕົນ ແລະ ບັນລຸໄດ້ໄລຍະໃໝ່, ພ້ອມທັງຢັ້ງຢືນ ຈະມີການມອບ - ຮັບເອກະສານໃຫ້ແກ່ ຢູແກຼນ. ກ່ຽວຂ້ອງເຖິງສະຖານທີ່ຈັດການເຈລະຈາ, ທ່ານລັດຖະມົນຕີ Sergey Lavrov ບໍ່ຢັ້ງຢືນກ່ຽວກັບກໍລະນີ ຫັນ ວາຕີກັງ ກາຍເປັນສະຖານທີ່ຈັດການເຈລະຈາສັນຕິພາບຄັ້ງຕ່າງໆ. ກ່ອນໜ້ານັ້ນ, ອາເມລິກາ, ອີຕາລີ ແລະ ສັນຕະປະປາ ລີໂ

top