ຂ່າວສານ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຊີ​ຣີ ຢ້ຽມ​ຢາມ ອີ​ຢິບ ເປັນ​ຄັ້ງ​ທຳ​ອິດ ພາຍຫຼັງ​ໄລ​ຍະ​ເວ​ລາກວ່າ 1 ທົດ​ສະ​ວັດ

ວັນທີ 01 ເມສາ, ໃນຂອບເຂດການຢ້ຽມຢາມ ອີຢິບ, ທ່ານລັດຖະມົນຕີການຕ່າງປະເທດ ຊີຣີ Faisal Mekdad ໄດ້ມີການພົບປະກັບຄູ່ຕຳແໜ່ງຂອງປະເທດເຈົ້າພາບ Sameh Shoukry ຢູ່ Cairo.
ທ່ານລັດຖະມົນຕີການຕ່າງປະເທດ ຊີຣີ Faisal Mekdad ໄດ້ມີການພົບປະກັບຄູ່ຕຳແໜ່ງຂອງປະເທດເຈົ້າພາບ Sameh Shoukry ຢູ່ Cairo ໃນວັນທີ 1/4/2023 (ພາບ: AFP)

ນີ້ແມ່ນການຢ້ຽມຢາມທຳອິດຂອງທ່ານລັດຖະມົນຕີການຕ່າງປະເທດ Faisal Mekdad ໃນຮອບເວລາກວ່າໜຶ່ງທົດສະວັດ ແລະ ແມ່ນສັນຍານຫຼ້າສຸດສຳລັບເລື່ອງ ບັນດາປະເທດ ອາຣັບ ປັບປຸງການພົວພັນກັບທ່ານປະທານາທິບໍດີ ຊີຣີ Bashar al-Assad. ການຢ້ຽມຢາມດັ່ງກ່າວ ແມ່ນເພື່ອນຳ ຊີຣີ ກັບຄືນສູ່ການເຂົ້າຮ່ວມສະຫະພັນ ອາຣັບ ເທື່ອລະກ້າວ ດ້ວຍບົດບາດແມ່ນປະເທດເປັນກາງໄກ່ເກ່ຍຂອງ ອີຢິບ ແລະ ອາຣັບບີ ຊະອຸດິ.

 


top