ໂຄງການໄດ້ໂຮມຈາກ 4 ໂຄງການພວມປະຕິບັດໃນປັດຈຸບັນກ່ຽວກັບວັດທະນະທຳ; ການສຶກສາ - ບຳລຸງສ້າງ; ຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູສູງ; ເບິ່ງແຍງດູແລສຸຂະພາບ, ປະຊາກອນ ແລະ ພັດທະນາ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນເປັນປະທານວາລະປະຊຸມ (ພາບ: VNA)
ຕອນເຊົ້າວັນທີ 14 ສິງຫາ, ຢູ່ຫໍສະພາແຫ່ງຊາດຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໃນວາລະປະຊຸມທີ 5, ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນກ່ຽວກັບການໂຮມ 4 ໂຄງການເປົ້າໝາຍແຫ່ງຊາດເຂົ້າເປັນ 1 ໂຄງການເປົ້າໝາຍແຫ່ງຊາດ.
ທີ່ການສະເໜີບົດລາຍງານຂອງລັດຖະບານ, ທ່ານ ໂງວັນຕວັນ ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າໂຄງການໄດ້ໂຮມຈາກ 4 ໂຄງການພວມປະຕິບັດໃນປັດຈຸບັນກ່ຽວກັບວັດທະນະທຳ; ການສຶກສາ - ບຳລຸງສ້າງ; ຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູສູງ; ເບິ່ງແຍງດູແລສຸຂະພາບ, ປະຊາກອນ ແລະ ພັດທະນາ. ໂຄງການປະກອບດ້ວຍ 7 ກຸ່ມໜ້າທີ່ຈຸດສຸມດ້ວຍຍອດທຶນລະດົມໄລຍະ 2026 – 2030 ຄາດວ່າແມ່ນ 31 ລ້ານ USD
ຢູ່ວາລະປະຊຸມ, ທ່ານ ເຈິ່ນແທັງເໝິນປະທານສະພາແຫ່ງຊາດ ເນັ້ນໜັກແຜນນະໂຍບາຍໂຮມ 4 ໂຄງການເປົ້າໝາຍແຫ່ງຊາດເຂົ້າກັນນັ້ນ ກົມການເມືອງໄດ້ປຶກສາຫາລືຢ່າງຈະແຈ້ງທີ່ສຸດເພື່ອແກ້ໄຂສະພາບການຫຼາຍຫົວເງື່ອນ, ປະກອບສ່ວນຄຸມຄອງທຶນ, ງົບປະມານ. ທ່ານປະທານສະພາແຫ່ງຊາດ ກໍ່ໃສ່ໃຈບາງບັນຫາຫຼັກໃນການໂຮມເຂົ້າກັນ ຄັ້ງນີ້ແມ່ນລະບອບລະບຽບການ ແລະ ກົນໄກແບ່ງຂັ້ນຕ້ອງເຮັດໃຫ້ແນວໃດ ໃຫ້ທ້ອງຖິ່ນຕັດສິນ, ທ້ອງຖິ່ນເຮັດ, ທ້ອງຖິ່ນຮັບຜິດຊອບ, ສູນກາງ, ສະພາແຫ່ງຊາດ, ລັດຖະບານສ້າງຂຶ້ນເພື່ອພັດທະນາ.