ຂ່າວສານ

ລັດ​ຖະ​ບານ​ສະ​ເໜີ​​ມອບດັດ​ຊະ​ນີ​ການ​ເຕີບ​ໂຕ​ໃຫ້ແຕ່​ລະ​ທ້ອງ​ຖິ່ນ, ກະ​ຊວງ, ຂະ​ແໜງ​ການ

ກະຊວງແຜນການ ແລະ ການລົງທຶນໄດ້ກະກຽມມະຕິສະບັບສະເພາະ ເພື່ອຂໍຄຳເຫັນສະມາຊິກລັດຖະບານ, ດ້ວຍເນື້ອໃນຫຼັກແມ່ນ ຫັນໜ້າທີ່ເຕີບໂຕຢູ່ລະດັບ 8%ໃຫ້ເປັນອັນລະອຽດ.
ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຈິ່ນກວັກເຟືອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນບ່າຍວັນທີ 5 ກຸມພາ, ຢູ່ການຖະແຫຼງຂ່າວລັດຖະບານປະຈຳເດືອນມັງກອນ 2025, ຢູ່ຮ່າໂນ້ຍ, ການນຳກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ ດ້ວຍເປົ້າໝາຍການເຕີບໂຕເສດຖະກິດໃນປີ 2025 ແມ່ນ 8%ຂຶ້ນໄປ, ແລະ ມຸ່ງໄປເຖິງເປົ້າໝາຍການເຕີບໂຕບັນລຸສອງຕົວເລກໃນຊຸມປີຕໍ່ໄປ, ຫວຽດນາມ ຄວນສືບຕໍ່ປະຕິບັດບັນດາໜ້າທີ່ຈຸດສຸມທີ່ໄດ້ວາງອອກ.

ຕາມທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຈິ່ນກວັກເຟືອງແລ້ວ, ກະຊວງໄດ້ກະກຽມມະຕິສະບັບສະເພາະ ເພື່ອຂໍຄຳເຫັນສະມາຊິກລັດຖະບານ, ດ້ວຍເນື້ອໃນຫຼັກແມ່ນ ຫັນໜ້າທີ່ເຕີບໂຕຢູ່ລະດັບ 8%ໃຫ້ເປັນອັນລະອຽດ, ໃນນັ້ນມອບດັດຊະນີການເຕີບໂຕຢ່າງລະອຽດໄປຍັງແຕ່ລະທ້ອງຖິ່ນ ແລະ ບັນດາກະຊວງຂະແໜງການຂັ້ນສູນກາງ. ຕາມນັ້ນແລ້ວ, ກໍ່ສະເໜີບັນດາທ້ອງຖິ່ນຈົ່ງສູ້ຊົນບັນລຸເປົ້າໝາຍການເຕີບໂຕຕ້ອງຢູ່ລະດັບ 8%ຂຶ້ນໄປ. ທ່ານໃຫ້ຮູ້ວ່າ:

ຕ້ອງມີຄວາມຕັດສິນໃຈຢູ່ລະດັບສູງ, ມີຄວາມມານະພະຍາຍາມທີ່ໃຫຍ່ຫຼວງທີ່ສຸດ ແລະ ມີການກະທຳທີ່ຂ້ຽວຂາດ ພວກເຮົາຈຶ່ງປະຕິບັດໄດ້. ບັນດາມາດຕະການສັງລວມ, ຮອບດ້ານຢູ່ທຸກຂະແໜງ, ຂົງເຂດໄດ້ສະແດງໃຫ້ເຫັນຢູ່ມະຕິເລກທີ 1 ປີ 2025 ຂອງລັດຖະບານວ່າດ້ວຍໜ້າທີ່ ແລະ ມາດຕະການຫຼັກແຫຼ່ງໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ການຂຶ້ນແຜນງົບປະມານແຫ່ງລັດ ປີ 2025, ຕ້ອງສູ້ຊົນຢູ່ລະດັບສູງທີ່ສຸດ. ສຳລັບເປົ້າໝາຍການເຕີບໂຕແຕ່ລະດັບ 8%, ທຸກກະຊວງ, ຂະແຫນງການ, ແຕ່ລະທ້ອງຖິ່ນ ຕ້ອງປະຕິບັດຢູ່ລະດັບສູງກ່ວາ, ແຕ່ລະຄົນຕ້ອງເຮັດວຽກທົບສອງເທົ່າ.


top