ຂ່າວສານ

ລັດ​ຖະ​ບານ​ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ກຸ່ມ​ບໍ​ລິ​ສັດ Adani (ອິ​ນ​ເດຍ) ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ລົງ​ທຶ​ນ​ຢູ່ ຫວຽດ​ນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ກຸ່ມບໍລິສັດ Adani ສືບຕໍ່ຄົ້ນຄ້ວາບັນດາໂຄງການລົງທຶນຕ່າງໆຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Karan Adani ຜູ້ອຳນວຍການໃຫຍ່ບໍລິສັດທ່າກຳປັ່ນ ແລະ ເຂດເສດຖະກິດພິເສດ, ຂຶ້ນກັບກຸ່ມບໍລິສັດ Adani (ພາບ: ເຢືອງຢາງ)

ຕອນບ່າຍວັນທີ 24 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Karan Adani ຜູ້ອຳນວຍການໃຫຍ່ບໍລິສັດທ່າກຳປັ່ນ ແລະ ເຂດເສດຖະກິດພິເສດ, ຂຶ້ນກັບກຸ່ມບໍລິສັດ Adani - ກຸ່ມບໍລິສັດເສດຖະກິດໃຫຍ່ທີ່ສຸດອິນເດຍ ທີ່ພວມມີການຄົ້ນຄ້ວາ, ສຳຫຼວດ, ຊອກຫາກາລະໂອກາດມາລົງທຶນຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໃຫ້ຮູ້ວ່າ ຫວຽດນາມ ມີຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງກ່ຽວກັບການຂົນສົ່ງທາງທະເລ, ພັດທະນາລະບົບນິເວດທ່າກຳປັ່ນທະເລ, ພະລັງງານທົດແທນ ລວມມີ ໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ, ທ່ານສະແດງຄວາມຊົມເຊີຍຕໍ່ເລື່ອງກຸ່ມບໍລິສັດ Adani ມີແຜນນະໂຍບາຍມາລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດນີ້. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ກຸ່ມບໍລິສັດ Adani ສືບຕໍ່ຄົ້ນຄ້ວາບັນດາໂຄງການລົງທຶນຕ່າງໆຢູ່ ຫວຽດນາມ.

ສ່ວນທ່ານ Karan Adani ໃຫ້ຮູ້ວ່າ Adani ຈະລົງມືປະຕິບັດຢ່າງທັນທີ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຄູ່ຮ່ວມມືຂອງ ຫວຽດນາມ ຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາໂຄງການລະອຽດ. ທ່ານ Karan Adani ກໍ່ຢັ້ງຢືນຄຳໝັ້ນສັນຍາມີການລົງທຶນທີ່ຍາວນານຢູ່ ຫວຽດນາມ.


top