ຂ່າວສານ

ລັດ​ຖະ​ບານ​ບໍ​ລິ​ຫານ​ຢ່າງ​ຂ້ຽວ​ຂາດ​ເພື່ອຫຼຸດ​ຜ່ອນ​ກຳ​ລັງ​ດັນ​ໄພ​ເງິນ​ເຟີ້

ກອງປະຊຸມຄົບຄະນະປຶກສາຫາລື ກ່ຽວກັບດ້ານເສດຖະກິດ - ສັງຄົມໃນຂອບເຂດກອງປະຊຸມຄັ້ງທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ສິ້ນສຸດລົງໃນຕອນເຊົ້າວັນທີ 2 ມິຖຸນາ, ພາຍຫຼັງທີ່ເຮັດວຽກມາເປັນ 1,5 ວັນ.

ກອງປະຊຸມຄົບຄະນະປຶກສາຫາລື ກ່ຽວກັບດ້ານເສດຖະກິດ - ສັງຄົມໃນຂອບເຂດກອງປະຊຸມຄັ້ງທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ສິ້ນສຸດລົງໃນຕອນເຊົ້າວັນທີ 2 ມິຖຸນາ, ພາຍຫຼັງທີ່ເຮັດວຽກມາເປັນ 1,5 ວັນ. 

    

ກອງປະຊຸມຄົບຄະນະປຶກສາຫາລື ກ່ຽວກັບດ້ານເສດຖະກິດ - ສັງຄົມ 

ດ້ວຍກ່ວາ 70 ຄຳເຫັນໄດ້ກ່າວປະໄສຢູ່ກອງປະຊຸມ ໄດ້ສະແດງໃຫ້ເຫັນຄວາມສຸດຈິດສຸດໃຈ, ຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດຕໍ່ຫຼາຍບັນຫາສຳຄັນ ຂອງປະເທດຊາດ. ໃນຕອນເຊົ້າວັນທີ 2 ມິຖຸນາ, ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີຢຸງ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ເຮັດແຈ້ງບັນຫາ ທີ່ໄດ້ຮັບຄວາມສົນໃຈຫຼາຍຢ່າງຈາກສະມາຊິກສະພາແຫ່ງຊາດ.

ໂດຍອັບເດັດການປະຕິບັດບ້ວງເງິນໜູນຊ່ວຍຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມດ້ວຍຂອບຂະໜາດເກືອບ 350.000 ຕື້ດົ່ງ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໃຫ້ຮູ້ວ່າ ສ່ວນໜຶ່ງຂອງບ້ວງໜູນຊ່ວຍນີ້ ແມ່ນໃຊ້ຈ່າຍໃຫ້ແກ່ວັກຊິນ ແລະ ວັດຖຸອຸປະກອນການແພດ ປ້ອງກັນ, ຕ້ານພະຍາດໂຄວິດ - 19. ປັດຈຸບັນ, ພະຍາດໂຄວິດ - 19 ໄດ້ຮັບການຄວບຄຸມໂດຍພື້ນຖານແລ້ວ, ດັ່ງນັ້ນການນຳໃຊ້ສ່ວນຍັງເຫຼືອຂອງບ້ວງໜູນຊ່ວຍນີ້ຈະອີງຕາມສະພາບການຈະມາເຖິງ.

ທີ່ກອງປະຊຸມ, ທ່ານ ຫງວຽນຈີຢຸງ ໃຫ້ຮູ້ວ່າ ເຖິງວ່າພື້ນຖານເສດຖະກິດພວມຟື້ນຟູ ກໍພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ກຳລັງດັນຈາກການບໍລິຫານ ແລະ ປະຕິບັດຄາດໝາຍຈຳກັດໄພເງິນເຟີ້ຂອງທົ່ວປີໃຫ້ຕ່ຳກ່ວາ 4%ແມ່ນໃຫຍ່ຫຼວງທີ່ສຸດ, ຍ້ອນບັນດາປັດໄຈພາຍໃນ ແລະພາຍນອກຂອງພື້ນຖານເສດຖະກິດ. ນັ້ນແມ່ນລາຄາສິນຄ້າ, ສະບຽງອາຫານ, ທັນຍາຫານ, ນ້ຳມັນດິບ, ວັດຖຸສົ້ນເຂົ້າ ເພີ່ມຂຶ້ນສູງ ຍ້ອນການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ເຮັດໃຫ້ລະບົບການສະໜອງ, ຜະລິດ, ຊົມໃຊ້ຖືກຂາດວັກຂາດຕອນ. ທ່ານກ່າວວ່າ:

        ລັດຖະບານຈະຕິດຕາມຢ່າງແໜ້ນແຟ້ນ, ປະຕິບັດບັນດາມາດຕະການ, ເຄື່ອງມືທີ່ຂຶ້ນກັບສິດອຳນາດຢ່າງເດັດຂາດ ເພື່ອຮັບປະກັນການສະໜອງ - ຄວາມຕ້ອງການ, ຄວບຄຸມໄພເງິນເຟີ້, ພ້ອມທັງກໍ່ຄົ້ນຄ້ວາມາດຕະການກ່ຽວກັບການຫຼຸດຜ່ອນພາສີ, ຄ່າຄອງຊີບ. ລາຍງານຕໍ່ຂັ້ນທີ່ມີສິດອຳນາດຕັດສິນໃຈເພື່ອຫຼຸດຜ່ອນກຳລັງດັນ ຂຶ້ນລາຄານ້ຳມັນ, ຫຼີກລ້ຽງຜົນກະທົບ ຂຶ້ນລາຄາ ສິນຄ້າອື່ນໆ, ໜູນຊ່ວຍຟື້ນຟູການຜະລິດ - ດຳເນີນທຸລະກິດ, ໜູນຊ່ວຍປະຊາຊົນ, ເປັນຕົ້ນແມ່ນຜູ້ທຸກຍາກ, ຜູ້ມີລາຍຮັບຕ່ຳ, ເປົ້າໝາຍປະສົມກັບຄວາມຫຍຸ້ງຍາກຖືກຜົນສະທ້ອນຢ່າງຮ້າຍແຮງຈາກການຂຶ້ນລາຄາ.

(ແຫຼ່ງຄັດຈາກ VOV)

 


top