ຂ່າວສານ

ລັດ​ຖະ​ບານ​ຈະ​ປະ​ກາດ​ໃຊ້ມະ​ຕິ​ຫຼາຍ​ສະ​ບັບເພື່ອ​ຊຸກ​ຍູ້​ບັນ​ດາ​ໂຄ​ງ​ການ​ຈຸດ​ສຸມ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ

ຕອນເຊົ້າວັນທີ 7 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກກັບ ການນຳນະຄອນໂຮ່ຈີມິນ ກ່ຽວກັບສະພາບການເສດຖະກິດ - ສັງຄົມ ເດືອນກໍລະກົດ, 7 ເດືອນຕົ້ນປີ ແລະ ບາງໂຄງການລົງທຶນສາທາລະນະ ຈຸດສຸມຂອງ ນະຄອນ.

ຕອນເຊົ້າວັນທີ 7 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກກັບ ການນຳນະຄອນໂຮ່ຈີມິນ ກ່ຽວກັບສະພາບການເສດຖະກິດ - ສັງຄົມ ເດືອນກໍລະກົດ, 7 ເດືອນຕົ້ນປີ  ແລະ ບາງໂຄງການລົງທຶນສາທາລະນະ ຈຸດສຸມຂອງ ນະຄອນ.

    

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບັນດາໝາກຜົນທີ່ນະຄອນໂຮ່ຈີມິນບັນລຸໄດ້ ໃນໄລຍະຜ່ານມາຄື: ລະດັບໃນການເຕີບໂຕ GRDP ໃນ6 ເດືອນຕົ້ນປີຄາດຄະເນວ່າເພີ່ມຂຶ້ນກ່ວາ 3,8%, ຍອດວົງເງິນສົ່ງອອກສິນຄ້າ 6 ເດືອນຕົ້ນປີບັນລຸເກືອບ 25 ຕື້ USD, ດຶງດູດເງິນລົງທຶນຈາກຕ່າງປະເທດໄດ້ກ່ວາ 2 ຕື້ USD… ນະຄອນສືບຕໍ່ຕິດຕາມກວດກາ, ສ້າງລະບອບລະບຽບການ, ກົນໄກ, ນະໂຍບາຍໃຫ້ສົມບູນແບບ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ໃຫ້ແກ່ການຜະລິດ, ດຳເນີນທຸລະກິດ ໃນບໍລິເວນ. ນະຄອນຄວນສຸມໃສ່ກວດກາຄືນ, ເພີ່ມເຕີມມາດຕະການແກ້ໄຂ, ຕັດສິນໃຈປະຕິບັດໃຫ້ສຳເລັດ ແລະ ລື່ນກາຍ 19 ຄາດໝາຍເສດຖະກິດ - ສັງຄົມ ປີ 2022.

ແລະກໍ່ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ທາງນະຄອນໂຮ່ຈີມິນ ຄວນສຸມໃສ່ຜັນຂະຫຍາຍມາດຕະການຍູ້ໄວຄວາມຄືບໜ້າໃນການປ່ອຍເງິນລົງທຶນສາທາລະນະ, ເພີ່ມທະວີການລະດົມບັນດາແຫຼ່ງກຳລັງສັງຄົມເພື່ອຍູ້ແຮງການພັດທະນາພື້ນຖານໂຄງລ່າງ…ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າໃນຊຸມວັນຈະມາເຖິງ, ລັດຖະບານຈະປະກາດໃຊ້ບາງມະຕິສຳຄັນເພື່ອຊຸກຍູ້ໂຄງການຈຸດສຸມຢູ່ນະຄອນໂຮ່ຈີມິນ.

(ແຫຼ່ງຄັດຈາກ VOV)


top