ຂ່າວສານ

ລັດ​ຖະ​ບານ ຮຽກ​ຮ້ອງ​ໃຫ້​ຫຍໍ້​ເວ​ລາລົງ​ໃນ​ການ​ກະ​ກ​ຽມ​ລົງ​ທຶນກໍ່​ສ້າງ​ເສັ້ນ​ທາງ​ດ່ວນ ເໜືອ - ໃຕ້ ໄລ​ຍະ 2021 – 2025

ວັນທີ 13 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທ່ງ ໄດ້ເປັນປະທານກອງປະຊຸມກ່ຽວກັບຄວາມຄືບໜ້າເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງດ່ວນ ເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2021 – 2025 (ໄລຍະ 2).
  ກອງປະຊຸມກ່ຽວກັບຄວາມຄືບໜ້າຂອງໂຄງການ (ພາບ: dangcongsan.vn)  

ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ເນັ້ນໜັກວ່າ, ນີ້ແມ່ນໂຄງການສຳຄັນ ເຊິ່ງມະຕິຂອງສະພາແຫ່ງຊາດ ໄດ້ຍົກອອກ ແລະ ຕ້ອງປະຕິບັດໃຫ້ສຳເລັດໃນປີ 2025. ເພາະສະນັ້ນ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ຮຽກຮ້ອງ ໃຫ້ມີການປ່ຽນແປງໃໝ່ຢ່າງຂ້ຽວຂາດໃນໄລຍະຈະມາເຖິງ, ຈາກການຊີ້ນຳ, ນຳພາ, ຈັດຕັ້ງປະຕິບັດຂອງກະຊວງຄົມມະນາຄົມ ແລະ ຂົນສົ່ງ ຈົນຮອດທ້ອງຖິ່ນ ຈຶ່ງຮັບປະກັນການປະຕິບັດໄດ້ຕາມຄາດໝາຍຄືບໜ້າ ແລະ ຄຸນນະພາບຂອງໂຄງການ. ມານະພະຍາຍາມຫຍໍ້ເວລາລົງໃນການກະກຽມໂຄງການ, ຮັບປະກັນຮອດເດືອນທັນວາ 2022 ຕ້ອງເລີ່ມລົງມືກໍ່ສ້າງ, ຮອດປີ 2025 ຕ້ອງກໍ່ສ້າງໃຫ້ສຳເລັດ.  


top