ຂ່າວສານ

ລັດ​ຖະ​ບານ ຫວຽດ​ນາມ​ວາງ​ຄາດ​ໝາຍບັນ​ລຸ GDP 6,5% ໃນ​ປີ 2021

ຕໍ່ໜ້າສະພາບການຕົວຈິງ ກ່ຽວກັບຄວາມຮຽກຮ້ອງການພັດທະນາ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ວາງຄາດໝາຍສູ້ຊົນ ໃຫ້ລະດັບ GDP ໃນປີ 2021 ບັນລຸໄດ້ປະມານ 6,5% ຫຼືສູງກ່ວາ, ພ້ອມທັງກະກຽມບັນດາປັດໄຈພື້ນຖານເພື່ອເພີ່ມຄວາມໄວໃນໄລຍະແຕ່ປີ 2022 ຂຶ້ນໄປ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ວັນທີ 29 ທັນວາ, ກ່າວຄຳເຫັນສະຫຼຸບກອງປະຊຸມຜ່ານທາງອອນລາຍລະຫວ່າງ ລັດຖະບານ ກັບທ້ອງຖິ່ນ ພາຍຫຼັງເຮັດວຽກມາເປັນເວລາ ມື້ເຄິ່ງ (ວັນທີ 28 – 29 ທັນວາ), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ການສືບຕໍ່ສູ້ຊົນເພື່ອໃຫ້ ຫວຽດນາມ ຍາມໃດກໍ່ແມ່ນພື້ນຖານເສດຖະກິດ ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ພັດທະນາໄວແຕ່ຍັງຮັກສາໄດ້ສະຖຽນລະພາບ ແລະ ຍືນຍົງ. ລັດຖະບານຕ້ອງກຳນົດຢ່າງຈະແຈ້ງບັນດາຄາດໝາຍການເຕີບໂຕເສດຖະກິດເປັນສຳຄັນພິເສດ. ການເຕີບໂຕບໍ່ພຽງແຕ່ສ້າງພື້ນຖານເສດຖະກິດມະຫາພາກຢ່າງໝັ້ນແກ່ນ ແລະ ເປັນປົກກະຕິ ເທົ່ານັ້ນ ຫາກຍັງຮັບປະກັນວຽກເຮັດງານທຳ,ລາຍຮັບ, ສ້າງແຫຼ່ງກຳລັງເພື່ອປະຕິບັດບັນດານະໂຍບາຍການຊ່ວຍໜູນສັງຄົມ, ສະຫວັດດີການສັງຄົມ, ປັບປຸງການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ພ້ອມທັງ ປະກອບສ່ວນຕ້ານສະພາບຖ້ອຍຫຼັງ, ຮັດແຄບໄລຍະຫ່າງໃນການພັດທະນາ.

ຕໍ່ໜ້າສະພາບການຕົວຈິງ ກ່ຽວກັບຄວາມຮຽກຮ້ອງການພັດທະນາ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ວາງຄາດໝາຍສູ້ຊົນ ໃຫ້ລະດັບ GDP ໃນປີ 2021 ບັນລຸໄດ້ປະມານ 6,5% ຫຼືສູງກ່ວາ, ພ້ອມທັງກະກຽມບັນດາປັດໄຈພື້ນຖານເພື່ອເພີ່ມຄວາມໄວໃນໄລຍະແຕ່ປີ 2022 ຂຶ້ນໄປ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ:

          ວກເຮົາໄດ້ເຫັນດີເປັນເອກະພາບ ຕໍ່ຫົວຂໍ້ຂອງປີ 2021 ແມ່ນ ສາມັກຄີ, ລະບຽບວິໄນປ່ຽນແປງໃໝ່ປະດິດຄິດສ້າງມີຄາດຫວັງພັດທະນາບົນເນື້ອໃນຈິດໃຈດັ່ກ່າວ, ໄດ້ເອກະພາບ ກຳນົດທິດການບໍິຫານ ແລະ ມີຈິນຕະນາການພັດທະນາຕ້ອງມີການກະທຳຢ່າງ້ຽວຂາດ ແລະ ມີປະສິດທິຜົນກ່ວາອີກຫັນສິ່ງທ້າທາຍກາຍເປັນກາລະໂອກາດພັດທະນາຢູ່ທຸກຂະແໜງ ແລະ ທຸກທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)


top