ຂ່າວສານ

ລັດ​ຖະ​ບານ ຫວຽດ​ນາມ​ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານເພື່ອ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະຫນາຢາກສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ເລິກເຊິ່ງຂຶ້ນຕື່ມ, ໃນນັ້ນ ການຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນ ແມ່ນເສົາຄ້ຳ, ແມ່ນກຳລັງຫນູນຢ່າງແຮງໃນການພົວພັນລະຫວ່າງສອງປະເທດ ທີ່ພວມມີຄວາມບົ່ມຊ້ອນອັນໃຫຍ່ຫລວງ.

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະຫນາຢາກສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ເລິກເຊິ່ງຂຶ້ນຕື່ມ, ໃນນັ້ນ ການຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນ ແມ່ນເສົາຄ້ຳ, ແມ່ນກຳລັງຫນູນຢ່າງແຮງໃນການພົວພັນລະຫວ່າງສອງປະເທດ ທີ່ພວມມີຄວາມບົ່ມຊ້ອນອັນໃຫຍ່ຫລວງ. 

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ກ່າວຄຳເຫັນໃນການຕ້ອນຮັບຄະນະນັກທຸລະກິດ ສະພາທຸລະກິດ ອາເມລິກາ - ອາຊຽນ (ພາບ: TTXVN)

ຕອນບ່າຍວັນທີ 8 ມີນາ, ກ່າວຄຳເຫັນທີ່ການຕ້ອນຮັບຄະນະນັກທຸລະກິດ ສະພາທຸລະກິດ ອາເມລິກາ -ອາຊຽນ (USABC), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະຫນາຢາກສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ເລິກເຊິ່ງຂຶ້ນຕື່ມ, ໃນນັ້ນ ການຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນ ແມ່ນເສົາຄ້ຳ, ແມ່ນກຳລັງຫນູນຢ່າງແຮງໃນການພົວພັນລະຫວ່າງສອງປະເທດ ທີ່ພວມມີຄວາມບົ່ມຊ້ອນອັນໃຫຍ່ຫລວງ. ທ່ານ ນາຍົກລັດຖະມົນຕີ ຢືນຢັນ: ຫວຽດນາມ ຍາມໃດກໍ່ຮັບຟັງຄຳເຫັນ, ຄຳແບ່ງປັນ, ການຮ່ວມເດີນທາງ ແລະ ພວມສືບຕໍ່ຜັນຂະຫຍາຍຫລາຍມາດຕະມການ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຫນູນຊ່ວຍ, ສ້າງເງື່ອນໄຂສະດວກທີ່ສຸດ, ຮັບປະກັນນະໂຍບາຍມະຫາພາກໃຫ້ມີສະຖຽນລະພາບ ແລະ ປະຕິບັດການປະຕິຮູບລະບຽບການບໍລິຫານຢ່າງມີປະສິດທິຜົນ ເພື່ອໃຫ້ນັກລົງທຶນຕ່າງປະເທດ, ໃນນັ້ນມີວິສາຫະກິດ ອາເມລິກາ ສືບຕໍ່ດຳເນີນທຸລະກິດຢ່າງມີສະຖຽນລະພາບ, ຍາວນານຢູ່ ຫວຽດນາມ.

       ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຝ່າຍ ອາເມລິກາ ສ້າງເງື່ອນໄຂສະດວກໃຫ້ຜະລິດຕະພັນກະເສດຂອງ ຫວຽດນາມ ໄດ້ສຳຜັດກັບຕະຫຼາດຢ່າງສະດວກ, ຫຼີກລ້ຽງມາດຕະການປ້ອງກັນການຄ້າ ທີ່ອາດຈະສົ່ງຜົນເສຍຫາຍຕໍ່ປະຊາຊົນ ຫວຽດນາມ ແລະ ຜູ້ບໍລິໂພກ ອາເມລິກາ; ສືບຕໍ່ໜູນຊ່ວຍ ຢຸກຢາ, ວັກຊິນ ແລະ ຍົກສູງກຳລັງຄວາມສາມາດດ້ານການແພດໃຫ້ແກ່ ຫວຽດນາມ.

     ບັນດາວິສາຫະກິດ USABC ກໍ່ໄດ້ຢັ້ງຢືນຄວາມປາດຖະໜາຢາກເພີ່ມທະວີການຮ່ວມມື, ດຳເນີນທຸລະກິດຢູ່ ຫວຽດນາມ, ພິເສດໃນຂົງເຂດ ຫັນປ່ຽນພະລັງງານ, ຫຼຸດຜ່ອນອາຍພິດກາກບອນ; ຫັນເປັນດີຈີຕອນ; ວັກຊິນ ແລະ ຢາປິ່ນປົວພະຍາດໂຄວິດ - 19,  ຍົກສູງກຳລັງຄວາມສາມາດດ້ານການແພດໃຫ້ແກ່ ຫວຽດນາມ, ຄວາມສາມາດຮັບມືກັບໂລກລະບາດ; logistics.

(ແຫຼ່ງຄັດຈາກ VOV)


top