ຂ່າວສານ

ລັດ​ຖະ​ບານ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຢຸດ​ຊົ່ວ​ຄາວການ​ອະ​ນຸ​ຍາ​ດ​ໃຫ້ແກ່​ຖ້ຽວ​ບິນ​​ຈາກ ອັງ​ກິດ, ອາ​ຟະ​ລິ​ກາ​ໃຕ້ ກັບ​ມາ ຫວຽດ​ນາມ

ກົມການບິນ ຫວຽດນາມ ຈະຢຸດຊົ່ວຄາວການອະນຸຍາດໃຫ້ແກ່ບັນດາຖ້ຽວບິນທີ່ມາຈາກບັນດາປະເທດ, ເຂດແຄ້ວນທີ່ມີສາຍພັນໃໝ່ຂອງ ເຊື້ອໄວຣັດ SARS – CoV-2 ພວມແຜ່ລະບາດ ແລະ ພວມມີການຜັນແປຢ່າງສັບສົນ ກັບມາ ຫວຽດນາມ, ໃນເບື້ອງຕົ້ນແມ່ນ ກັບມາຈາກ ອັງກິດ ແລະ ອາຟະລິກາໃຕ້.
(ພາບປະກອບ: TTXVN)

ກະຊວງຄົມມະນາຄົມ - ຂົນສົ່ງ ຫວຽດນາມ ໄດ້ສົ່ງໜັງສືໄປຍັງ ກົມໃຫຍ່ທາງບົກ ຫວຽດນາມ, ກົມຄຸ້ມຄອງຂະແໜງສະເພາະຂອງກະຊວງ, ແລະ ພະແນກຄົມມະນາຄົມ - ຂົນສົ່ງ ທ້ອງຖິ່ນຕ່າງໆ ກ່ຽວກັບການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີຫວຽດນາມ ວ່າດ້ວຍການເພີ່ມທະວີການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

        ຕາມນັ້ນແລ້ວ, ກົມການບິນ ຫວຽດນາມ ຈະຢຸດຊົ່ວຄາວການອະນຸຍາດໃຫ້ແກ່ບັນດາຖ້ຽວບິນທີ່ມາຈາກບັນດາປະເທດ, ເຂດແຄ້ວນທີ່ມີສາຍພັນໃໝ່ຂອງ ເຊື້ອໄວຣັດ SARS – CoV-2 ພວມແຜ່ລະບາດ ແລະ ພວມມີການຜັນແປຢ່າງສັບສົນ ກັບມາ ຫວຽດນາມ, ໃນເບື້ອງຕົ້ນແມ່ນ ກັບມາຈາກ ອັງກິດ ແລະ ອາຟະລິກາໃຕ້.

        ພ້ອມກັນນັ້ນ, ກໍ່ຮຽກຮ້ອງໃຫ້ບັນດາບໍລິສັດການບິນ ຫວຽດນາມ ແລະ ຕ່າງປະເທດ ປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດກ່ອນທີ່ຈະປະຕິບັດ, ໃນເວລາປະຕິບັດ ແລະ ພາຍຫຼັງປະຕິບັດຖ້ຽວບິນບັນທຸກຜູ້ໂດຍສານເຂົ້າເມືອງ ຫວຽດນາມ ຢ່າງເຂັ້ມງວດ.

(ແຫຼ່ງຄັດຈາກ VOV)


top