ຂ່າວສານ

ລັດ​ຖະ​ບານ ຫວຽດ​ນາມ ສ້າງ​ເງື່ອ​ນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ startup ປະ​ສົບ​ຜົນ​ສຳ​ເລັດ​

ຫວຽດນາມ ອາດຈະກາຍເປັນ “unicorn” startup ຢູ່ ອາຊີ - ປາຊີຟິກ ຍ້ອນມີການໜູນຊ່ວຍຂອງບັນດາວິສາຫະກິດສ້າງລະບົບນິເວດທີ່ແໜ້ນແກ່ນ ແລະ ພັດທະນາຢ່າງສະດວກດີ.

ຫວຽດນາມ ອາດຈະກາຍເປັນ “unicorn” startup ຢູ່ ອາຊີ - ປາຊີຟິກ ຍ້ອນມີການໜູນຊ່ວຍຂອງບັນດາວິສາຫະກິດສ້າງລະບົບນິເວດທີ່ແໜ້ນແກ່ນ ແລະ ພັດທະນາຢ່າງສະດວກດີ.

    

(ພາບປະກອບ: @AFP)

“unicorn”  ຫວຽດນາມ ອາດຈະເປັນ startup ຕໍ່ໄປໃນຂົງເຂດເຕັກໂນໂລຢີຂອງ ອາຊີ ແລະ ປາຊີຟິກ. ຕາມບົດລາຍງານຂອງ “ລະບົບນິເວດ startup ເຕັກໂນໂລຢີ ຂອງ ຫວຽດນາມ” ໂດຍທະນາຄານພັດທະນາ ອາຊີ (ADB) ຫາກໍປະກາດຫວ່າງມໍ່ໆມານີ້, ຫວຽດນາມ ອາດຈະກາຍເປັນ “unicorn” startup ຢູ່ ອາຊີ - ປາຊີຟິກ ຍ້ອນມີການໜູນຊ່ວຍຂອງບັນດາວິສາຫະກິດສ້າງລະບົບນິເວດທີ່ແໜ້ນແກ່ນ ແລະ ພັດທະນາຢ່າງສະດວກດີ. ຕາມນັ້ນແລ້ວ, ເປົ້າໝາຍໄລຍະຍາວຂອງ ລັດຖະບານ ຫວຽດນາມ ແມ່ນດຶງດູດປັນຍາຊົນ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ແລະ ນັກທຸລະກິດ ເພື່ອປະກອບສ່ວນເຂົ້າໃນການຂະບວນວິວັດພັດທະນາເສດຖະກິດ ແລະ ເຂົ້າຮ່ວມການກໍ່ຕັ້ງບັນດາບໍລິສັດ startup ຢ່າງສຳເລັດຜົນ.

        ບົດລາຍງານ “ລະບົບນິເວດ startup ເຕັກໂນໂລຢີຂອງ ຫວຽດນາມ” ຂອງ ທະນາຄານ ADB ໄດ້ພິຈາລະນາກ່ຽວກັບການພັດທະນາຂອງບັນດາບໍລິສັດ startup ຢູ່ ຫວຽດນາມ; ພ້ອມທັງຄັດສະເໜີຕົວຢ່າງ ກ່ຽວກັບແຜນຮ່າງ ເລກທີ 844  ໂດຍໃຫ້ຮູ້ວ່າ: ດ້ວຍເປົ້າໝາຍພັດທະນາ ວິສາຫະກິດໃຫ້ໄດ້ 600 ແຫ່ງໃນປີ 2025, ຫວຽດນາມ ອາດຈະມີວິສາຫະກິດ 100 ແຫ່ງ ດຶງດູດເງິນລົງທຶນຢ່າງໜ້ອຍສຸດແມ່ນ 2.000 ຕື້ດົ່ງ (ປະມານ 85,5 ລ້ານ USD).

(ແຫຼ່ງຄັດຈາກ VOV)


top