ຂ່າວສານ

ລັດ​ຖະ​ບານ ຫວຽດ​ນາມ ວາງເປົ້າ​ໝາຍ​​ບັນ​ລຸ​ລະ​ດັບການ​ເຕີບ​ໂຕ 6 – 6.5% ໃນ​ປີ 2022

3 ຈຸດສຸມທີ່ລັດຖະບານຮຽກຮ້ອງຕ້ອງເອົາໃຈໃສ່ແມ່ນ: ຟື້ນຟູ, ຊຸກຍູ້ການຜະລິດ ແລະ ດຳເນີນທຸລະກິດ; ຊຸກຍູ້ການສົ່ງອອກ; ຍູ້ໄວຄວາມຄືບໜ້າການປ່ອຍແຫຼ່ງເງິນລົງທຶນສາທາລະນະ ແລະ ລະດົມທຸກແຫຼ່ງກຳລັງເພື່ອພັດທະນາລະບົບພື້ນຖານໂຄງລ່າງ, ໂດຍສະເພາະແມ່ນໂຄງລ່າງຍຸດທະສາດ. 
ພາບປະກອບ: tapchicongthuong.vn

ໂດຍໃຫ້ຂໍ້ສັງເກດວ່າປີ 2022 ແມ່ນປີທີ່ມີສິ່ງທ້າທາຍຫຼາຍກວ່າຄວາມສະດວກ, ລັດຖະບານ ຫວຽດນາມ ໄດ້ວາງມາດຕະການຄົບຊຸດຫຼາຍຢ່າງ, ມານະພະຍາຍາມບັນລຸລະດັບການເຕີບໂຕ 6 – 6.5%, GDP ສະເລຍຕໍ່ຫົວຄົນບັນລຸ 3900 USD. ບັນດາເປົ້າໝາຍນີ້ໄດ້ເຕື້ອງເຖິງໃນມະຕິ 01 ທີ່ລັດຖະບານຫາກໍ່ໄດ້ປະກາດໃຊ້ກ່ຽວກັບໜ້າທີ່, ມາດຕະການຫຼັກແຫຼ່ງເພື່ອປະຕິບັດ ແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນ ງົບປະມານແຫ່ງລັດປີ 2022.

3 ຈຸດສຸມທີ່ລັດຖະບານຮຽກຮ້ອງຕ້ອງເອົາໃຈໃສ່ແມ່ນ: ຟື້ນຟູ, ຊຸກຍູ້ການຜະລິດ ແລະ ດຳເນີນທຸລະກິດ; ຊຸກຍູ້ການສົ່ງອອກ; ຍູ້ໄວຄວາມຄືບໜ້າການປ່ອຍແຫຼ່ງເງິນລົງທຶນສາທາລະນະ ແລະ ລະດົມທຸກແຫຼ່ງກຳລັງເພື່ອພັດທະນາລະບົບພື້ນຖານໂຄງລ່າງ, ໂດຍສະເພາະແມ່ນໂຄງລ່າງຍຸດທະສາດ. ເພື່ອປະຕິບັດບັນດາເປົ້າທໝາຍທີ່ໄດ້ວາງອອກ, ມາດຕະການທຳອິດທີ່ລັດຖະບານຊາບຊືມແມ່ນການປະຕິບັດເປົ້າໝາຍທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທັງຟື້ນຟູ, ພັດທະນາເສດຖະກິດ - ສັງຄົມຢ່າງມີໄຫວພິບ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)


top