ໂດຍສືບຕໍ່ລາຍການເຮັດວຽກກັບເອກອັກຄະລັດຖະທູດບັນດາປະເທດ ແລະ ຜູ້ຕາງໜ້ານັກລົງທຶນຕ່າງປະເທດ ຢູ່ ຫວຽດນາມ, ຕອນບ່າຍວັນທີ 4 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Christopher Klein, ອຸປະທູດສະຖານທູດ ອາເມລິກາ ແລະ ວິສາຫະກິດ, ນັກລົງທຶນ ອາເມລິກາ ຈຳນວນໜຶ່ງທີ່ພວມເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ ຢູ່ ຫວຽດນາມ. ການເຮັດວຽກດັ່ງກ່າວ ຍັງມີການເຂົ້າຮ່ວມແບບທາງໄກຂອງນັກລົງທຶນລາຍໃຫຍ່ຂອງ ອາເມລິກາ ອີກດ້ວຍ.
ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍຢາກຮັບຟັງຄຳຄິດເຫັນ, ຄວາມມຸ່ງມາດປາດຖະໜາຂອງບັນດາວິສາຫະກິດຕ່າງປະເທດ (ພາບ: VGP)
ໃນການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍຢາກຮັບຟັງຄຳຄິດເຫັນ, ຄວາມມຸ່ງມາດປາດຖະໜາຂອງບັນດາວິສາຫະກິດຕ່າງປະເທດ ແລະ ມີຄວາມເຂົ້າໃຈ, ຂໍແບ່ງເບົາຄວາມຫຍຸ້ງຍາກຂອງວິສາຫະກິດທີ່ພວມຖືກຜົນກະທົບຈາກໂລກລະບາດ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ນີ້ພຽງແຕ່ແມ່ນຄວາມຫຍຸ້ງຍາກໃນຊ່ວງເວລາໃດໜຶ່ງເທົ່ານັ້ນ, ລັດຖະບານ ຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍຫຼາຍມາດຕະການເພື່ອຄວບຄຸມ ແລະ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ; ສ້າງຕັ້ງໜ່ວຍປະຕິບັດງານພິເສດຂອງນາຍົກລັດຖະມົນຕີກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ, ໃນອາທິດໜ້າ ຈະປະກາດມະຕິວ່າດ້ວຍການໜູນຊ່ວຍວິສາຫະກິດ ໃນທັນທີ, ພ້ອມທັງມອບໃຫ້ບັນດາອົງການກ່ຽວຂ້ອງຄົ້ນຄວ້າ, ສ້າງແຜນການຟື້ນຟູເສດຖະກິດຮັບມືກັບໂລກລະບາດຢ່າງປອດໄພ ບົນເນື້ອໃນຈິດໃຈ “ຜະລິດຕ້ອງຮັບປະກັນຄວາມປອດໄພ ແລະ ປອດໄພເພື່ອຜະລິດ”.
ຜູ້ຕາງໜ້າວິສາຫະກິດ ອາເມລິກາ ຕີລາຄາສູງຕໍ່ຍຸດທະສາດ, ມາດຕະການຮັບມືກັບໂລກລະບາດ, ຮັບປະກັນການຜະລິດ, ການຈໍລະຈອນສິນຄ້າຢ່າງປອດໄພຂອງລັດຖະບານ ຫວຽດນາມ ໃນໄລຍະຜ່ານມາ; ເຖິງຢ່າງໃດກໍຕາມ, ເຂົາເຈົ້າກໍຢາກ ຈັດຕັ້ງປະຕິບັດຢູ່ທ້ອງຖິ່ນຕ່າງໆໃຫ້ມີປະສິດທິຜົນ, ລຸລ່ວງ ແລະ ທັນການກວ່າ.
(ແຫຼ່ງຄັດຈາກ VOV)