ທ່ານຮອງນາຍົກລັດຖະມົນຕີ Aleksandr Novak ໃຫ້ຮູ້ວ່າ ລັດຖະບານ ລັດເຊຍ ມີຄວາມເອົາໃຈໃສ່ ແລະ ຍາມໃດກໍ່ມີການຊີ້ນຳ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຢ່າງໃກ້ຊິດເພື່ອ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດບັນດາການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໂດຍໄວ ແລະ ມີປະສິດທິຜົນ.
ໃນຂອບເຂດການຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມເວທີປາໄສ “ສັບປະດາພະລັງງານ ລັດເຊຍ” ຢູ່ ມົດສະກູ, ຕອນບ່າຍວັນທີ 15 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ໄດ້ເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ Aleksandr Novak.
ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນບັນດາຄວາມມານະພະຍາຍາມລວມຂອງກະຊວງ, ຂະແໜງການສອງປະເທດ ເປີດກວ້າງ ແລະ ປັບປຸງການຮ່ວມມືສອງຝ່າຍໃນຫຼາຍດ້ານ, ພິເສດແມ່ນຂົງເຂດຮັບປະກັນຄວາມໝັ້ນຄົງດ້ານພະລັງງານດ້ວຍຫຼາຍໂຄງການລະອຽດທີ່ພວມໄດ້ຮັບການຊຸກຍູ້ຜັນຂະຫຍາຍ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນຄວາມຕັດສິນໃຈພ້ອມກັບລັດຖະບານ ລັດເຊຍ ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ລັດເຊຍ ຢ່າງບໍ່ຢຸດຢັ້ງ.
ສ່ວນທ່ານຮອງນາຍົກລັດຖະມົນຕີ Aleksandr Novak ໃຫ້ຮູ້ວ່າ ລັດຖະບານ ລັດເຊຍ ມີຄວາມເອົາໃຈໃສ່ ແລະ ຍາມໃດກໍ່ມີການຊີ້ນຳ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຢ່າງໃກ້ຊິດເພື່ອ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດບັນດາການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໂດຍໄວ ແລະ ມີປະສິດທິຜົນ, ສຸມໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ເພື່ອຍົກສູງປະສິດທິຜົນໃນການຮ່ວມມືສອງຝ່າຍ.
ເມື່ອແລກປ່ຽນກ່ຽວກັບຂົງເຂດພະລັງງານ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ໄວວຽກງານກະກຽມເພື່ອຜັນຂະຫຍາຍບັນດາອະນຸສັນຍາ ແລະ ສົນທິສັນຍາກ່ຽວກັບການເປີດກວ້າງການຮ່ວມມືໃນຂົງເຂດການສຳຫຼວດ ແລະ ຂຸດຄົ້ນນ້ຳມັນທີ່ໄດ້ລົງນາມໃນເດືອນພຶດສະພາ ແລະ ມີຜົນບັງຄັບໃຊ້ໃນເດືອນຕຸລາໃນປີນີ້, ຄົ້ນຄ້ວາເປີດກວ້າງການຮ່ວມມືໄປຍັງບັນດາຂົງເຂດອື່ນ, ຄື: ໄຟຟ້າແຮງລົມ, ພະລັງງານສີຂຽວ, ພະລັງງານທົດແທນ ແລະ ສະໜອງການບໍລິການ, ກໍ່ສ້າງພື້ນຖານໂຄງລ່າງ, ສາງຂົນສົ່ງກ່ຽວກັບພະລັງງານ, ນ້ຳມັນອາຍແກັດ.