ຂ່າວສານ

ລັດເຊຍຈັດຕັ້ງສະເຫຼີມສະຫຼອງ 73 ປີແຫ່ງວັນໄຊຊະນະພວກຟາດຊິດ

ວັນທີ 9 ພຶດສະພາ, ສະຫະພັນລັດເຊຍໄດ້ຈັດຕັ້ງສະເຫຼີມສະຫຼອງ 73 ປີແຫ່ງວັນໄຊຊະນະພວກຟາດຊິດ (ວັນທີ 9 ພຶດສະພາປີ 1945 - ວັນທີ 9 ພຶດສະພາປີ 2018)

ລັດເຊຍດຳເນີນພິທີສວນສະໜາມດ້ວຍຂອບຂະໜາດໃຫຍ່ 

ໃນເວລາ 10 ໂມງຕາມເວລາ ມົດສະກູ ກົງກັບ 14 ໂມງ ຕາມເວລາຮ່າໂນ້ຍ, ພິທີສວນສະໜາມດ້ວຍຂອບຂະໜາດໃຫຍ່ໄດ້ຖືກຈັດຂຶ້ນຢູ່ຈະຕຸລັດແດງ, ນະຄອນຫຼວງມົດສະກູ. 

         ກ່າວຄຳເຫັນຕໍ່ໜ້າປະຊາຊົນລັດເຊຍທຸກທົ່ວໜ້າ ແລະ ບັນດາແຂກສາກົນທີ່ເຂົ້າຮ່ວມ ພິທີສວນສະໜາມຂ່ຳນັບຮັບຕ້ອນເຫດການ 73 ປີແຫ່ງວັນວັນໄຊຊະນະພວກຟາດຊິດໃນສົງຄາມປ້ອງກັນປະເທດທີ່ຍິ່ງໃຫຍ່   (1941- 1945), ປະທານາທິບໍດີ ລັດເຊຍ ປູຕິນ ຢືນຢັນວ່າ : ນີ້ແມ່ນວັນບຸນໃຫຍ່ ທີ່ສັກກະລະບູຊາຂອງແຕ່ລະຄອບຄົວ, ສຳລັບປະເທດລັດເຊຍທີ່ຍິ່ງໃຫຍ່. ນີ້ແມ່ນຄວາມເອກອ້າງທະນົງໃຈຂອງຊາດ ແລະ ແມ່ນຄວາມຊົງຈຳ ທີ່ບໍ່ມີວັນຈະຈ່າງຫາຍ. ປະທານາທິບໍດີ ລັດເຊຍ ປູຕິນ ຊີ້ແຈ້ງວ່າ ໄຊຊະນະນີ້ ເປັນຂີດໝາຍການສິ້ນສຸດສົງຄາມໂລກຄັ້ງທີ 2, ຈົດຈຳຄຸນງາມຄວາມດີຂອງໂຊຫວຽດ ພ້ອມກັບບັນດາການເສຍສະຫຼະຊີວິດເພື່ອຊາດຊອງກອງທັບແດງ ແລະ ປະຊາຊົນໂຊຫວຽດ.
(ແຫຼ່ງຄັດຈາກ VOV)

top