ຂ່າວສານ

ລັດເຊຍ ໃຫ້ສັດຕະຍາບັນ ວັກຊິນ ກັນພະຍາດໂຄວິດ - 19 ຊະນິດທີ 2

      ວັນທີ 14 ຕຸລາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ແຈ້ງໃຫ້ຊາບວ່າ ລັດເຊຍ ໄດ້ໃຫ້ສັດະຍາບັນ ວັກຊິນ ກັນພະຍາດໂຄວິດ - 19 ຊະນິດທີ 2.

 (ພາບປະກອບ: Tass)
      ກ່ອນໜ້ານັ້ນ, ເມື່ອເດືອນສິງຫາຜ່ານມາ, ລັດເຊຍ ໄດ້ກາຍເປັນປະເທດທຳອິດໃນໂລກ ທີ່ໃຫ້ສັດຕະຍາບັນ ວັກຊິນ ກັນພະຍາດໂຄວິດ - 19 ໂດຍມີຊື່ວ່າ Sputnik V. ວັກຊິນ ຊະນິດທີ 2 ມີຊື່ວ່າ EpiVacCorona ໂດຍສູນຄົ້ນຄວ້າໄວຣັດ Vektor ຢູ່ Siberia ຜະລິດ. ຄາດວ່າ ໃນງວດທໍາອິດ, ລັດເຊຍ ຈະຜະລິດວັກຊິນ EpiVacCorona ປະມານ 10.000 ຊຸດ, ເຊິ່ງເລີ່ມແຕ່ເດືອນ ພະຈິກຈະມາເຖິງ.
        ຕາມກະຊວງສາທາລະນະສຸກ ລັດເຊຍ ແລ້ວ, ມີຄົນເຈັບປະມານ 400 ຄົນທີ່ມີຄວາມສ່ຽງສູງຈະໄດ້ສັກວັກຊິນ  Sputnik V ກ່ອນໝູ່.
(ແຫຼ່ງຄັດຈາກ VOV)

top