ຂ່າວສານ

ລັດເຊຍ ເຊື່ອມຕໍ່ການເຄື່ອນໄຫວສະໜອງ ນ້ຳມັນດິບ ໃຫ້ ເບລາຣຸດ

      ບໍລິສັດພະລັງງານແຫ່ງຊາດ Belneftekhim ຂອງ ເບລາຣຸດ ໃຫ້ຮູ້ວ່າ ລັດເຊຍໄດ້ເຊື່ອມຕໍ່ການເຄື່ອນໄຫວສະໜອງ ນ້ຳມັນດິບໃຫ້ບັນດາໂຮງງານ ກັ່ນນ້ຳມັນ ຂອງ ເບລາຣຸດ ຄືນໃໝ່ໃນວັນທີ 4 ມັງກອນ.

ປະກອບ: TTXVN
      ຕາມນັ້ນແລ້ວ, ມີ ນ້ຳມັນດິບ 6.000 ໂຕນ ໄດ້ສູບໃນວັນທີ 4 ມັງກອນ. ບໍລິສັດ Belneftekhim ເນັ້ນໜັກວ່າ ຈະມີປະລິມານນ້ຳມັນດິບພຽງພໍເພື່ອຈະສະໜອງໃຫ້ແກ່ ບັນດາໂຮງງານຂອງ ເບລາຣຸດ ເຄື່ອນໄຫວຕະຫຼອດ ໃນ ເດືອນມັງກອນ. ສ່ວນ ບໍລິສັດ ລັດເຊຍ Transneft ໄດ້ປະກາດວ່າ ໄດ້ຮັບໜັງສືອະນຸຍາດຂໍສະໜອງ ນ້ຳມັນດິບ 130.000 ໂຕນໄປຍັງ ໂຮງງານກັ່ນນ້ຳມັນ Novopolotsk ຂອງ ເບລາຣຸດ.
 (ແຫຼ່ງຄັດຈາກ VOV)


top