ຂ່າວສານ

ລັດເຊຍ, ອາເມລິກາ ໂອ້ລົມທາງໂທລະສັບກ່ຽວກັບບັນຫາ ສປປ.ເກົາຫຼີ

      ທ່ານ Igor Morgulov ຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ແລະ ທ່ານ Stephen Biegun ທູດພິເສດ ອາເມລິກາ ກ່ຽວກັບບັນຫາ ສປປ.ເກົາຫຼີ ໄດ້ມີການໂອ້ລົມທາງໂທລະສັບໃນວັນທີ 26 ພະຈິກ ກ່ຽວກັບແງ່ຫວັງ ແລະ ມາດຕະການແກ້ໄຂບັນຫາ ສປປ.ເກົາຫຼີ. ການໂອ້ລົມທາງໂທລະດັບໄດ້ດຳເນີນຕາມຂໍ້ລິເລີ່ມຂອງຝ່າຍ ອາເມລິກາ.

 ທ່ານ Stephen Biegun ທູດພິເສດ ອາເມລິກາ ກ່ຽວກັບບັນຫາ ສປປ.ເກົາຫຼີ (ພາບ: Yonhap/TTXVN)
      2 ຝ່າຍໄດ້ຕີລາຄາສະພາບການໃນປັດຈຸບັນ ແລະ ແງ່ຫວັງຂອງວິວັດທະນາການແກ້ໄຂບັນດາບັນຫາຂອງແຫຼມ ເກົາຫຼີ ດ້ວຍທາງການທູດ ແລະ ການເມືອງ ທີ່ພວມໄດ້ຮັບການປຶກສາຫາລື, ເນັ້ນໜັກຄວາມສຳຄັນຂອງເລື່ອງສົມທົບບັນດາຄວາມມານະພະຍາຍາມຂອງບັນດາປະເທດທີ່ມີຄວາມສົນໃຈຕະຫລອດຮອດການຊຸກຍູ້ບາດກ້າວຄືບໜ້າດີໃນບັນຫາ ສປປ.ເກົາຫຼີ.
 (ແຫຼ່ງຄັດຈາກ VOV)


top