ຂ່າວສານ

ລັດເຊຍ ຫຼຸດການສົ່ງອາຍແກັດ 50 ຕື້ແມັດກ້ອນ ໄປຍັງ ອີຢູ

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກ່າວເຕືອນວ່າ ປະເທດນີ້ຈະຢຸດການສົ່ງອອກພະລັງງານ ຖ້າຫາກວ່າ ບໍ່ຍົກເລີກບັນດາຄຳສັ່ງລົງໂທດ.
  ລະບົບທໍ່ສົ່ງອາຍແກັດຂອງ ລັດເຊຍ (ພາບປະກອບ: Reuters/TTXVN)  

ວັນທີ 15 ກັນຍາ, ສຳນັກຂ່າວສານ Interfax ໄດ້ຄັດສະເໜີຄຳກ່າວປາໄສຂອງທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Alexander Novak ໂດຍໃຫ້ຮູ້ວ່າ, ປະລິມານອາຍແກັດຂອງປະເທດນີ້ທີ່ສົ່ງໄປຍັງສະຫະພາບ ເອີລົບ (ອີຢູ) ຈະຫຼຸດລົງ 50 ຕື້ແມັດກ້ອນໃນປີນີ້. ປີ 2021, ລັດເຊຍ ໄດ້ສົ່ງອາຍແກັດໄປຍັງ ເອີລົບ ປະມານ150 ຕື້ແມັດກ້ອນ. ເຖິງຢ່າງໃດກໍ່ຕາມ, ປີ 2022 ນີ້, ແຫຼ່ງສະໜອງພະລັງງານຂອງ ລັດເຊຍ ໄປຍັງ ເອີລົບ ໄດ້ຫຼຸດລົງຫຼາຍພໍສົມຄວນ ຍ້ອນບັນດາຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກ ແນໃສ່ ມົດສະກູ ເຊິ່ງກ່ຽວຂ້ອງເຖິງບັ້ນການທະຫານພິເສດຢູ່ ຢູແກຼນ ແຕ່ເດືອນ ກຸມພາ ຜ່ານມາ. ກ່ອນນີ້, ລັດເຊຍ ສະໜອງອາຍແກັດດ້ວຍປະລິມານປະມານ 40% ໃຫ້ແກ່ບັນດາປະເທດ ອີຢູ, ຕົວເລກນີ້ໄດ້ຫຼຸດລົງເຫຼືອ 9% ພາຍຫຼັງທີ່ ມົດສະກູ ຫຼຸດແຫຼ່ງສະໜອງໄປຍັງ ເອີລົບ ຍ້ອນບັນຫາດ້ານເຕັກນິກ ກ່ຽວຂ້ອງເຖິງຄຳສັ່ງລົງໂທດ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກ່າວເຕືອນວ່າ ປະເທດນີ້ຈະຢຸດການສົ່ງອອກພະລັງງານ ຖ້າຫາກວ່າ ບໍ່ຍົກເລີກບັນດາຄຳສັ່ງລົງໂທດ.


top