ຂ່າວສານ

ລັດເຊຍ, ລາວ ຮ່ວມມືກັນຢ່າງເລິກເຊິ່ງ, ກ້ວາງຂວາງໃນຂົງເຂດການບິນ

      ປະຈຸບັນ, ສປປ ລາວ ເປັນເຈົ້າຂອງ ເຮລີກອັບແຕໂດຍລັດເຊຍຜະລິດ  20 ຄັນໃນນັ້ນມີລຸ້ນ Mi 17 ແລະ Ka 32
ວັນທີ 12 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ດຳເນີນພິທີມອບຮັບ ເຮລີກອັບເຕີ Mi 17  4 ຄັນໂດຍບໍລິສັດ “Russian Helicopters” ສັງກັດກະຊວງປ້ອງກັນປະເທດ ລັດເຊຍ ສ້ອມແປງຢູ່ກັບທີ່ປະຈຳໄລຍະໃຫ້ກອງທັບອາກາດລາວ. ທີ່ການພົບປະລະຫວ່າງຜູ້ຕາງໜ້າບໍລິສັດ ແລະ ການນຳກະຊວງປ້ອງກັນປະເທດລາວ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາໂຄງການ ກ່ຽວກັບການບຳລຸງ, ສ້ອມແປງ ເຮລີກອັບເຕີ ໃຫ້ທັນສະໄໝ, ກໍ່ຄືຊື້ຄັນໃໝ່ໃຫ້ກອງທັບອາກາດລາວ. ປະຈຸບັນ, ສປປ ລາວ ເປັນເຈົ້າຂອງ ເຮລີກອັບແຕໂດຍລັດເຊຍຜະລິດ  20 ຄັນໃນນັ້ນມີລຸ້ນ Mi 17 ແລະ Ka 32.  ບໍລິສັດ “Russian Helicopters” ພວມຕັ້ງໜ້າຍູ້ແຮງການຮ່ວມມືກັບບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ. ຫວ່າງແລ້ວນີ້, ເຮລີກອັບເຕີ Mi 17 ໂດຍກອງທັບ ອາກາດລາດຊະວົງໄທ ໄດ້ນຳໃຊ້ໃນບັ້ນກອບກູ້ເອົາຊີວິດທີມບານເຕະເຍົາວະຊົນທີ່ຕິດຄ້າງຢູ່ໃນຖ້ຳຫຼວງນາງນອນເກືອບ 3 ອາທິດຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)


top