ຂ່າວສານ

ລັດເຊຍ ພ້ອມແລ້ວທີ່ຈະສະໜອງ, ຖ່າຍທອດເຕັກໂນໂລຊີຜະລິດວັກຊິນໃຫ້ແກ່ ຫວຽດນາມ

      ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ປາດຖະໜາວ່າ ລັດເຊຍ ຈະສືບຕໍ່ໜູນຊ່ວຍຫວຽດນາມ ສຳຜັດ ແລະ ຖ່າຍທອດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ-19 ກໍຄືໜູນຊ່ວຍບັນດາເຄື່ອງອຸປະກອນການແພດ
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບທ່ານເອກອັກຄະລັດຖະທູດ Gennady Bezdetko
(ພາບ: VGP)
      ຕອນບ່າຍວັນທີ 22 ກໍລະກົດ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດສະແຫ່ງຫະພັນລັດເຊຍ ປະຈຳຫວຽດນາມ Gennady Bezdetko, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ປາດຖະໜາວ່າ ລັດເຊຍ ຈະສືບຕໍ່ໜູນຊ່ວຍຫວຽດນາມ ສຳຜັດ ແລະ ຖ່າຍທອດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ-19 ກໍຄືໜູນຊ່ວຍບັນດາເຄື່ອງອຸປະກອນການແພດ ແລະ ການຢາໃນການປ້ອງກັນ, ຕ້ານໂລກລະບາດອື່ນໆ; ສະເໜີໃຫ້ສະຖານທູດຈົ່ງສົມທົບກັນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ລວມທັງທາງດ້ານການເມືອງ, ເສດຖະກິດ - ການຄ້າ, ພະລັງງານ - ນ້ຳມັນອາຍແກັດ ກໍຄືການຮ່ວມມືລະຫວ່າງ 2 ກະຊວງການຕ່າງປະເທດ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນ 2 ຝ່າຍໃຫ້ຫຼາຍກວ່າອີກ. ສ່ວນທ່ານເອກອັກຄະລັດຖະທູດ Gennady Bezdetko ກໍ່ໄດ້ເຫັນດີຕໍ່ບັນດາການຕີລາຄາຂອງທ່ານລັດຖະມົນຕີ ບຸຍແທັງເຊີນ ກ່ຽວກັບການພົວພັນ 2 ຝ່າຍ. ທ່ານກໍ່ໃຫ້ຮູ້ວ່າ, ລັດເຊຍ ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ພ້ອມແລ້ວທີ່ຈະສະໜອງ, ຖ່າຍທອດເຕັກໂນໂລຊີຜະລິດວັກຊິນຂອງ ລັດເຊຍ ໃຫ້ແກ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)


top