ຂ່າວສານ

ລັດເຊຍ ຄັດຄ້ານຝ່າຍຕາເວັນຕົກສະໜອງລູກສອນໄຟໄລຍະໄກໃຫ້ແກ່ຢູແກຼນ

ທ່ານປະທານາທາບໍດີ ອາເມລິກາ Joe Biden ໄດ້ປະກາດແຜນການສະໜອງ ລະບົບລູກສອນໄຟ HIMARS ມີຄວາມແມ່ນຢຳ ສູງໃຫ້ຢູແກຼນ ພາຍຫຼັງຢູແກຼນຮັບປະກັນວ່າ ຈະບໍ່ນຳໃຊ້ອາວຸດຊະນິດນີ້ ເພື່ອບຸກໂຈມຕີ ເປົ້າໝາຍໃນຜືນແຜ່ນດິນຂອງລັດເຊຍ.
  ລະບົບລູກສອນໄຟ HIMARS (ພາບ: AFP)  

 ວັນທີ 5 ມິຖຸນາ, ທ່ານປະທານາທາບໍດີ ລັດເຊຍ Vlasdimir Putin ກ່ວາຊີ້ແຈ້ງວ່າ ຝ່າຍຕາເວັນຕົກບໍ່ຄວນສະໜອງລູກສອນໄຟໄລຍະໄກໃຫ້ແກ່ຢູແກຼນ ແລະ ບັນການໜູນຊ່ວຍດ້ານອາວຸດຍຸດທະພັນໃຫ້ແກ່ Kiev ແມ່ນເພື່ອແນໃສ່ “ແກ່ຍາວການປະທະກັນ”. ທ່ານປະທານາທາບໍດີ Vladimir Putin ເນັ້ນໜັກວ່າ ຖ້າພາກຝ່າຍຕາເວັນຕົກສະໜອງລູກສອນໄໄໄລຍະໄກໃຫ້ແກ່ຢູແກຼນ, ລັດເຊຍຈະບຸກໂຈມຕີແນໃສ່ເປົ້າໝາຍໃໝ່.

ທ່ານປະທານາທາບໍດີ ອາເມລິກາ Joe Biden ໄດ້ປະກາດແຜນການສະໜອງ ລະບົບລູກສອນໄຟ HIMARS ມີຄວາມແມ່ນຢຳສູງໃຫ້ຢູແກຼນ ພາຍຫຼັງຢູແກຼນຮັບປະກັນວ່າ ຈະບໍ່ນຳໃຊ້ອາວຸດຊະນິດນີ້ ເພື່ອບຸກໂຈມຕີ ເປົ້າໝາຍໃນຜືນແຜ່ນດິນຂອງລັດເຊຍ. ລັດເຊຍ ໄດ້ກ່າວປະນາມຂໍ້ຕົກລົງຂອງ ອາເມລິກາ ທີ່ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດນີ້.


top