ຂ່າວສານ

ລັດຖະສະພາສອງປະເທດແມ່ນຂົວຕໍ່ສຳຄັນເຊື່ອມຕໍ່ເປົ້າໝາຍພັດທະນາຂອງສອງປະເທດ

ໃນບົດກ່າວຄຳເຫັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແບ່ງປັນ 3 ບັນຫາສຳຄັນ, ນັ້ນແມ່ນສະພາບການໂລກ ແລະ ພາກພື້ນ; ນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ແລະ ແງ່ຫວັງການພົວພັນ ຫວຽດນາມ - ອົດສະຕາລີ.

ໃນບົດກ່າວຄຳເຫັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແບ່ງປັນ 3 ບັນຫາສຳຄັນ, ນັ້ນແມ່ນສະພາບການໂລກ ແລະ ພາກພື້ນ; ນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ແລະ ແງ່ຫວັງການພົວພັນ ຫວຽດນາມ - ອົດສະຕາລີ.

  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມີບົດກ່າວຄຳເຫັນສຳຄັນຢູ່ສະຖາບັນນະໂຍບາຍ ອົດສະຕາລີ - ຫວຽດນາມ  

ໂດຍສືບຕໍ່ການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ, ຕອນບ່າຍວັນທີ 2 ທັນວາ, ຢູ່ນະຄອນ Melbourne, ລັດ Victoria, ປະເທດ ອົດສະຕາລີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມີບົດກ່າວຄຳເຫັນສຳຄັນຢູ່ສະຖາບັນນະໂຍບາຍ ອົດສະຕາລີ - ຫວຽດນາມ, ເຊິ່ງເປັນອົງການຄົ້ນຄ້ວາ ແລະ ສະເໜີນະໂຍບາຍແຫ່ງທຳອິດຂອງ ອົດສະຕາລີ ສະເພາະກ່ຽວກັບການພົວພັນສອງປະເທດ ໂດຍມະຫາວິທະຍາໄລ RMIT ສ້າງຂຶ້ນ.

ໃນບົດກ່າວຄຳເຫັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແບ່ງປັນ 3 ບັນຫາສຳຄັນ, ນັ້ນແມ່ນສະພາບການໂລກ ແລະ ພາກພື້ນ; ນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ແລະ ແງ່ຫວັງການພົວພັນ ຫວຽດນາມ - ອົດສະຕາລີ. ເນັ້ນໜັກກ່ຽວກັບການພົວພັນລັດຖະສະພາລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ອົດສະຕາລີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ຢັ້ງຢືນວ່າ:

“ການພົວພັນສອງຝ່າຍແໜ້ນແຟ້ນແມ່ນໄດ້ສ້າງຂຶ້ນບົນພື້ນຖານການພົວພັນ ລະຫວ່າງປະຊາຊົນສອງຝ່າຍຢ່າງເລິກເຊິ່ງ. ດັ່ງນັ້ນ, ໂດຍແມ່ນຜູ້ແທນຂອງປະຊາຊົນ, ລັດຖະສະພາສອງປະເທດ ແມ່ນຂົວຕໍ່ສຳຄັນເພື່ອເຊື່ອມຕໍ່ເປົ້າໝາຍການພັດທະນາຂອງສອງປະເທດ, ແລະ ຄວາມມຸ້ງມາດປາດຖະໜາ ຢາກເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ. ອາດເວົ້າໄດ້ວ່າ ການພົວພັນ ຫວຽດນາມ - ອົດສະຕາລີ ພວມພັດທະນາແໜ້ນແຟ້ນຍິ່ງກ່ວາເວລາໃດໝົດ.”

ແລະ ກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານສາດສະດາຈານ Alec Cameron, ປະທານ ທັງເປັນຮອງອະທິການບໍດີມະຫາວິທະຍາໄລ RMIT ແລະ ຄະນະການນຳມະຫາວິທະຍາໄລ RMIT.

 


top