ຂ່າວສານ

ລັດຖະມົນຕີການຕ່າງປະເທດອາເມລິກາຢ້ຽມຢາມຫວຽດນາມ


ລັດ​ຖະ​ມົນ​ຕີກ​ານ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຢ້ຽມ​ຢາມ ຫວຽດ​ນາມ
 
​      ໂດຍ​ໄດ້​ຮັບ​ຄຳ​ເຊີ​ນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ມີ​ການ​ຢ້ຽມ​ຢາມ ຫວຽດ​ນາມ ເປັນ​ເວ​ລາ 3 ວັນ, ແຕ່​ວັນ​ທີ 12 – 14/1/2017. ໃນ​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ John Kerry, ທີ່​ຫ້ອງວ່າ​ການ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ ພັດ​ທະ​ນາ​ອັນ​ດີ​ງາມ​ໃນ​ຫຼາຍ​ຂົງ​ເຂດ​, ພິ​ເສດ​ແມ່ນ​ນັບ​ແຕ່​ເມື່ອ 2 ປະ​ເທດ​ສ້າງ​ຕັ້ງ​ຂອບ​ເຂດ​​ຄູ່​ຮ່ວມ​ມື​ຮອບ​ດ້ານ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເຊື່ອ​ໝັ້ນ​ວ່າ ໃນ​ພື້ນ​ຖານ​ການ​ພົວ​ພັນ​ໃນ​ປະ​ຈຸ​ບັນ, 2 ປະ​ເທດ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ສືບ​ຕໍ່​ຊຸກຍ​ູ້​ການ​ພົວ​ພັນ​ສະ​ຖຽນ​ລະ​ພາບ, ຍາວ​ນານ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ ບົນ​ພື້ນ​ຖານ​ເຄົາ​ລົບ​ນັບ​ຖ​ື​ລະ​ບອບ​ການ​ເມືອງ ແລະ ເສັ້ນ​ທາງ​ພັດ​ທະ​ນາ​ຂອງ​ກັນ.
        ໂດຍ​ໄດ້​ຮ​ັບ​ການມອບຫຼາຍ​ຈາກ​ ທ່ານ​ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບູ່ຍ​ແທງ​ເຊີນ ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ John Kerry. 2 ຝ່າຍ​ສຸມ​ໃສ່​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ສືບ​ຕໍ່​​ທ່​ວງທ່າ​​ການ​ພົວ​ພັນ ແລະ ຊຸກ​ຍູ້​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ໃນ​ບັນ​ດາ​ບັນ​ຫາ 2 ຝ່າຍ, ພາກ​ພື້ນ ແລະ ສາ​ກົນ. ທ່ານ​ຮອງ​ລັດ​ຖະ​ມ​ົນ​ຕີ ບູ່​ຍ​ແທງ​ເຊີນ ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ຮັບ​ຮູ້​ຂໍ້​ກຳ​ນົດ​ດ້ານ​ເສດ​ຖະ​ກິດ​ຕະຫຼາດ, ເປີດ​ປະ​ຕູ​ໃຫ້​ແກ່​ສິນ​ຄ້າ ຫວຽດ​ນາມ ກ່​ວາ​ອີກ, ຫລຸດ​ຜ່ອນ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ, ສືບ​ຕໍ່​ບຸ​ລິ​ມະ​ສິດ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແກ້​ໄຂ​ຜົນ​ຮ​້າຍ​ຢ້ອນຫຼັງ​ພາຍຫຼັງ​ສົງ​ຄາມ, ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຖະ​ແຫຼງ​ການວິ​ໄສ​ທັດ​ຮ່ວມ​​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ປີ 2015 ແລະ ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ປີ 2011. 2 ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ, ເນັ້ນ​ໜັກ​ຄວາມ​ຈຳ​ເປ​ັນ​ຂອງ​ການ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ວິ​ວັດ​ທະ​ນາ​ການ​ການ​ທູດ ແລະ ​ນິ​ຕິ​ທຳ​ເພື່ອແກ້​ໄຂ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ເພື່ອ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​​ໝັ້ນ​ຄົງ, ​ປອດ​ໄພ, ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮ​ືອ, ການ​ບິນ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ.
        ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ John Kerry ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ຂອງ ອາ​ເມ​ລິ​ກາ ກ່ຽວ​ກັບ​ເລື່ອງ​ເຄົາ​ລົບ​ລະ​ບອບ​ການ​ເມືອງ, ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ ຫວຽດ​ນາມ, ສະ​ໜັບ​ສະ​ໜູນ ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ APEC 2017 ປະ​ສົບ​ຜົນ​ສຳ​ເລັດ. ທ່ານ ກໍ່​ຢັ້ງ​ຢືນ​ວ່າ ອາ​ເມ​ລິ​ກາ ມີ​ຜົນ​ປະ​ໂຫຍດ​ຍາວ​ນານ​ຢູ່​ ອາ​ຊີ - ປາ​ຊີ​ຟ​ີກ ແລະ ເຊື່ອ​ໝັ້ນ​ວ່າ ອຳ​ນາດ​ການ​ປົກ​ຄອງ​ໃໝ່​ຈະ​ສືບ​ຕໍ່​ນະ​ໂຍ​ບາຍ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ພາກ​ພື້ນນີ້. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ໃຫ້​ຮ​ູ້​ວ່າ ອາ​ເມ​ລິ​ກາ ພວມ​ຕິດ​ຕາມກວດ​ກາ​ບັນ​ດາ​ການ​ຜັນ​ແປ​ຢູ່​ພາກ​ພື້ນນີ້, ຢັ້ງ​ຢືນ​ວ່າ ອາ​ເມ​ລິ​ກາ ​ມີ​ທັດ​ສະ​ນະສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ສະ​ໜັບ​ສະ​ໜູນ​ແກ້​ໄຂ​ບັນ​ດາ​​ການ​ຂັດ​ແຍ້ງ​ກັນດ້ວຍ​ມາດ​ຕະ​ການ​ສັນ​ຕິ​ພາບ, ຜ່ານ​ວິ​ວັດ​ທະ​ນາ​ການ​ການ​ທູດ ແລະ ນິ​ຕິ​ທຳບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ພິ​ເສດ​ແມ່ນ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.
 (ແຫຼ່ງຄັດຈາກ VOV)

top