ຂ່າວສານ

ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ອອກຖະແຫຼງການກ່ຽວກັບ ມຽນມາ

      ກອງປະຊຸມພິເສດຂອງລັດຖະມົນຕີການຕ່າງປະເທດຂອງ 10 ປະເທດ ສະມາຊິກ ອາຊຽນ ຖືກຈັດຂຶ້ນເພື່ອປຶກສາຫາລືກ່ຽວກັບວິກິດການດ້ານການເມືອງຢູ່ ມຽນມາ ກໍສິ້ນສຸດລົງ ໃນວັນທີ 2 ມີນາ ດ້ວຍການອອກຖະແຫຼງການຮ່ວມ.
ກອງປະຊຸມພິເສດຂອງລັດຖະມົນຕີການຕ່າງປະເທດຂອງ 10 ປະເທດ ສະມາຊິກ ອາຊຽນ (ພາບ: TTXVN)
      ໃນຖະແຫຼງການຮ່ວມ ໄດ້ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າຍາມໃດກໍຕິດຕາມສະພາບການຜັນແປຂອງພາກພື້ນຢ່າງໃກ້ຊິດ ແລະ ເຫັນດີນຳກັນວ່າ ສະຖຽນລະພາບດ້ານການເມືອງຂອງບໍ່ວ່າປະເທດສະມາຊິກໃດໆ ກໍແມ່ນເງື່ອນໄຂທີ່ຈຳເປັນ ສຳລັບການສ້າງປະຊາຄົມ ອາຊຽນ ສັນຕິພາບ, ສະຖຽນລະພາບ ແລະ ມີຄວາມວັດທະນາຖາວອນລວມ. ພວກຂ້າພະເຈົ້າມີຄວາມວິຕົກກັງວົນຕໍ່ສະພາບການຢູ່ ມຽນມາ ແລະ ຮຽກຮ້ອງໃຫ້ທຸກຝ່າຍ ຈົ່ງລະງັບໃຈ, ບໍ່ຄວນປຸກປັນຍຸແຫຍ່ການນຳໃຊ້ຄວາມຮຸນແຮງ. ພວກຂ້າພະເຈົ້າ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງທັງໝົດ ຈົ່ງຊອກຫາມາດຕະການແກ້ໄຂໂດຍສັນຕິພາບຜ່ານການເຈລະຈາທີ່ມີລັກສະນະສ້າງສັນ ແລະ ໄກ່ເກ່ຍ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ວິທີການທຳມາຫາກິນຄອງຊີບຂອງເຂົາເຈົ້າ. ອາຊຽນ ພ້ອມແລ້ວທີ່ຈະໜູນຊ່ວຍ ມຽນມາ ຢ່າງຕັ້ງໜ້າ, ໂດຍສັນຕິພາບ ແລະ ມີລັກສະນະສ້າງສັນ.
(ແຫຼ່ງຄັດຈາກ VOV)


top