ຂ່າວສານ

ລັດຖະມົນຕີການຕ່າງປະເທດ ອາເມລິກາ ຢາກເພີ່ມທະວີການເຊື່ອມຕໍ່ກັບບັນດາປະເທດພັນທະມິດ

      ທ່ານລັດຖະມົນຕີການຕ່າງປະເທດ  Antony Blinken  ໄດ້ເຕື້ອງເຖິງສິ່ງທ້າທາຍຫຼາຍຢ່າງ ເຊິ່ງ ວໍຊິງຕັນ ພວມຕ້ອງປະເຊີນໜ້າໃນປັດຈຸບັນ. ເຖິງຢ່າງໃດກໍຕາມ, ທ່ານກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຄວນຟື້ນຟູສາຍພົວພັນ ລະຫວ່າງ ອາເມລິກາ ກັບບັນດາປະເທດພັນທະມິດ ຄືນໃໝ່ ກໍຄື ກົນໄກຫຼາຍຝ່າຍ.
ທ່ານລັດຖະມົນຕີການຕ່າງປະເທດ  Antony Blinken  (ພາບ: TTXVN)
      ໃນບົດກ່າວປາໄສຄັ້ງທຳອິດ ກ່ຽວກັບນະໂຍບາຍການຕ່າງປະເທດຂອງ ອາເມລິກາ ພາຍໃຕ້ສະໄໝຂອງອຳນາດການປົກຄອງໃໝ່ ຢູ່ສຳນັກງານກະຊວງການຕ່າງປະເທດ ໃນວັນທີ 3 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ  Antony Blinken  ໄດ້ເຕື້ອງເຖິງສິ່ງທ້າທາຍຫຼາຍຢ່າງ ເຊິ່ງ ວໍຊິງຕັນ ພວມຕ້ອງປະເຊີນໜ້າໃນປັດຈຸບັນ. ເຖິງຢ່າງໃດກໍຕາມ, ທ່ານກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຄວນຟື້ນຟູສາຍພົວພັນ ລະຫວ່າງ ອາເມລິກາ ກັບບັນດາປະເທດພັນທະມິດ ຄືນໃໝ່ ກໍຄື ກົນໄກຫຼາຍຝ່າຍ.
        ຢູ່ສຳນັກງານຂອງກະຊວງການຕ່າງປະເທດ ອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken   ໃຫ້ຮູ້ວ່າ ອາເມລິກາ ພວມປະຕິບັດຄວາມມານະພະຍາຍາມເພື່ອເຊື່ອມຕໍ່ກັບບັນດາປະເທດເພື່ອນມິດ ແລະ ພັນທະມິດ. ເຖິງຢ່າງໃດກໍຕາມ, ອາເມລິກາ ບໍ່ມີເຈດຈຳນົງປະຕິບັດບັນດາບັ້ນແຊກແຊງດ້ວຍກຳລັງການທະຫານທີ່ສິ້ນເປືອງ, ແທນທີ່ນັ້ນ ແມ່ນສຸມໃສ່ບັນດາມາດຕະການທາງການທູດ.
        ນອກຈາກນັ້ນ, ທ່ານກໍໄດ້ເຕື້ອງເຖິງສາຍພົວພັນລະຫວ່າງ ອາເມລິກາ ກັບ ຈີນ ແລະ ຢັ້ງຢືນອາດຈະຮ່ວມມືບາງຂົງເຂດກັບຈີນ.
(ແຫຼ່ງຄັດຈາກ VOV)


top