ຂ່າວສານ

ລັດຖະມົນຕີການຕ່າງປະເທດ ອາເມລິກາ ພົບປະກັບວົງການນັກຂ່າວ ຢູ່ ຫວຽດນາມ

ຫວຽດນາມ ແລະ ອາເມລິກາ ພວມຮ່ວມມືຢ່າງແໜ້ນແຟ້ນ ບໍ່ພຽງແຕ່ໃນດ້ານການຄ້າ ແລະ ການລົງທຶນເທົ່ານັ້ນ, ຫາກຍັງໃນທຸກຂົງເຂດມີຄວາມໝາຍສຳຄັນສຳລັບປະຊາຊົນສອງປະເທດອີກດ້ວຍ.
   ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ:Lê Minh Sơn/TTXVN)  

ຕອນບ່າຍວັນທີ 15 ເມສາ, ຢູ່ຮ່າໂນ້ຍ, ເມື່ອພົບປະກັບວົງການນັກຂ່າວເນື່ອງໃນການຢ້ຽມຢາມ ຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ສະແດງຄວາມປິຕິຊົມຊື່ນ ເມື່ອໄດ້ກັບຄືນ ຫວຽດນາມ ແລະ ປະຕິບັດການຢ້ຽມຢາມທຳອິດໃນຖານະຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ. ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ຢ້ຳຄືນຈຸດເວລາທຳອິດມາຢາມ ຫວຽດນາມໃນປີ 2015, ມູນຄ່າການຄ້າ ຫວຽດນາມ - ອາເມລິກາ ບັນລຸປະມານ 45 ຕື້ໂດລາສະຫະລັດ ແລະ ປະຈຸບັນ, ວົງເງິນການຄ້າສອງສົ້ນລະຫວ່າງສອງປະເທດພວມມຸ່ງໄປເຖິງຕົວເລກ 140 ຕື້ໂດລາສະຫະລັດ.

ທ່ານໄດ້ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ແລະ ອາເມລິກາ ພວມຮ່ວມມືຢ່າງແໜ້ນແຟ້ນ ບໍ່ພຽງແຕ່ໃນດ້ານການຄ້າ ແລະ ການລົງທຶນເທົ່ານັ້ນ, ຫາກຍັງໃນທຸກຂົງເຂດມີຄວາມໝາຍສຳຄັນສຳລັບປະຊາຊົນສອງປະເທດອີກດ້ວຍ, ໃນນັ້ນມີວິທະຍາສາດ ແລະ ເຕັກໂນໂລຊີ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄ້ຳປະກັນສະບຽງອາຫານ... ທ່ານລັດຖະມົນຕີ ການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຮູ້ວ່າ: ສອງປະເທດພວມຮ່ວມມືເພື່ອຜົນປະໂຫຍດລວມ ຊຸກຍູ້ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ເສລີ ແລະ ເປີດກ້ວາງ, ສັນຕິພາບ ແລະ ມີພື້ນຖານແມ່ນຄວາມເຄົາລົບຕໍ່ຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ກົດໝາຍ.

 


top