ຂ່າວສານ

ລັດຖະມົນຕີການຕ່າງປະເທດ ອັງກິດ ອອກສະໝັກເລືອກຕັ້ງເປັນນາຍົກລັດຖະມົນຕີ

ຈຳນວນຜູ້ອອກສະໝັກເລືອກຕັ້ງເຂົ້າຮ່ວມການເລືອກຕັ້ງຕຳແໜ່ງເປັນນາຍົກລັດຖະມົນຕີ ອັງກິດ ໄດ້ຂຶ້ນເຖິງ 11 ທ່ານ.

ຈຳນວນຜູ້ອອກສະໝັກເລືອກຕັ້ງເຂົ້າຮ່ວມການເລືອກຕັ້ງຕຳແໜ່ງເປັນນາຍົກລັດຖະມົນຕີ ອັງກິດ ໄດ້ຂຶ້ນເຖິງ 11 ທ່ານ.

    

ທ່ານນາງ ລັດຖະມົນຕີການຕ່າງປະເທດ ອັງກິດ Liz Trus (ພາບ: AFP/TTXVN)

ວັນທີ 10 ກໍລະກົດ, ທ່ານນາງ ລັດຖະມົນຕີການຕ່າງປະເທດ ອັງກິດ Liz Truss ປະກາດຈະເຂົ້າຮ່ວມການອອກສະໝັກເລືອກຕັ້ງທີ່ສືບທອດທ່ານ Boris Johnson ເປັນການນຳພັກອະນຸລັກນິຍົມກຳອຳນາດ ແລະ ນາຍົກລັດຖະມົນຕີ ອັງກິດ. ກ່າວຄຳເຫັນຕໍ່ໜັງສືພິມລາຍວັນ Daily Telegerph, ທ່ານນາງ ລັດຖະມົນຕີການຕ່າງປະເທດ Liz Truss ຢັ້ງຢືນທ່ານນາງອອກສະໝັກເລືອກຕັ້ງຍ້ອນມີຄວາມສາມາດນຳພາ.

        ປະຈຸບັນ, ຈຳນວນຜູ້ອອກສະໝັກເລືອກຕັ້ງເຂົ້າຮ່ວມການເລືອກຕັ້ງຕຳແໜ່ງເປັນນາຍົກລັດຖະມົນຕີ ອັງກິດ ໄດ້ຂຶ້ນເຖິງ 11 ທ່ານ. ທ່ານນາງ Liz Truss, ອາຍຸ 46 ປີ ແມ່ນຜູ້ສະໝັກເລືອກຕັ້ງດີເດັ່ນ ແລະ ເໝາະສົມສຳລັບຕຳແໜ່ງການນຳພັກອະນຸລັກນິຍົມ.

        ວັນທີ 7 ກໍລະກົດຜ່ານມາ, ທ່ານ Johnson ໄດ້ປະກາດລາອອກຈາກຕຳແໜ່ງເປັນການນຳພັກອະນຸລັກນິຍົມ, ມີຄວາມໝາຍວ່າລາອອກຈາກຕຳແໜ່ງນາຍົກລັດຖະມົນຕີ ອັງກິດ, ໃນສະພາບການທີ່ການນຳທ່ານນີ້ພວມກ່ຽວຂ້ອງເຖິງບັນດາເຫດການຫຍຸ້ງເຫຍີງ ແລະ ຕ້ອງປະເຊີນໜ້າກັບກະແສຟອງລາອອກຈາກຕຳແໜ່ງຂອງເຈົ້າໜ້າທີ່ຂັ້ນສູງໃນລັດຖະບານນັບສິບໆທ່ານ. ຄາດວ່າ, ພັກອະນຸລັກນິຍົມປະກາດແຜນການຊອກຫາຜູ້ແທນໃຫ້ທ່ານ Johnson ໃນອາທິດນີ້.

(ແຫຼ່ງຄັດຈາກ VOV)


top