ຂ່າວສານ

ລັດຖະມົນຕີການຕ່າງປະເທດ ສ. ໂອຕຣິດ : ການພົວພັນການຄ້າ ແລະ ການລົງທຶນ ຫວຽດນາມ - ໂອຕຣິດ ຈະນັບມື້ນັບພັດທະນາ

ນີ້ແມ່ນເວລາທີ່ເໝາະສົມໃຫ້ວິສາຫະກິດ 2 ປະເທດ ຄວນໝູນໃຊ້. ທ່ານລັດຖະມົນຕີການຕ່າງປະເທດ ສ. ໂອຕຣິດ Alexander Schallenberg ເນັ້ນໜັກຄືດັ່ງກ່າວ ໃນຕອນບ່າຍວັນທີ 17 ເມສາ, ຢູ່ ຮ່າໂນ້ຍ.
  ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດສອງປະເທດ (ພາບ:TTXVN)  

ລັດຖະບານ ຫວຽດນາມ ແລະ ສ. ໂອຕຣິດ ໄດ້ສົ່ງເສີມບັນດາຫົວໜ່ວຍຈຳໜ່າຍ, ບັນດານັກສົ່ງອອກ - ນຳເຂົ້າ ຕັ້ງໜ້າເຂົ້າໃນການແລກປ່ຽນການຄ້າ ແລະ ໝູນໃຊ້ກາລະໂອກາດພົບປະ, ແລກປ່ຽນ ແລະ ຊອກຫາບັນດາຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ. ປະຈຸບັນ, ຫວຽດນາມ ແລະ ໂລກຄວບຄຸມໂລກລະບາດໂຄວິດ-19 ໄດ້ເປັນຢ່າງດີແລ້ວ. ນີ້ແມ່ນເວລາທີ່ເໝາະສົມໃຫ້ວິສາຫະກິດ 2 ປະເທດ ຄວນໝູນໃຊ້. ທ່ານລັດຖະມົນຕີການຕ່າງປະເທດ ສ. ໂອຕຣິດ Alexander Schallenberg ເນັ້ນໜັກຄືດັ່ງກ່າວ ໃນຕອນບ່າຍວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ເມື່ອເຂົ້າຮ່ວມເວທີປາໄສຮ່ວມມື ຫວຽດນາມ - ໂອຕຣິດ ກ່ຽວກັບພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີ ໂດຍ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບສະຖານທູດ ໂອຕຣິດ ປະຈຳ ຫວຽດນາມ ຈັດຂຶ້ນ.

ທ່ານລັດຖະມົນຕີ ການຕ່າງປະເທດ ໂອຕຣິດ ເຊື່ອໝັ້ນວ່າດ້ວຍຄວາມເອົາໃຈໃສ່ຂອງລັດຖະບານສອງປະເທດ, ການຮ່ວມມືທີ່ແໜ້ນແຟ້ນ ແລະ ຕັ້ງໜ້າຂອງບັນດາອົງການທີ່ກ່ຽວຂ້ອງ, ການພົວພັນການຄ້າ ແລະ ການລົງທຶນ ລະຫວ່າງ ຫວຽດນາມ ແລະ ໂອຕຣິດ ຈະນັບມື້ນັບພັດທະນາ, ປະຊາຄົມວິສາຫະກິດ ສອງປະເທດຈະມີຫຼາຍໂອກາດຮ່ວມມືທີ່ນຳມາເຊິ່ງຫຼາຍຜົນປະໂຫຍດ ແລະ ປະສິດທິຜົນໃນການເຄື່ອນໄຫວ.

 


top