ຂ່າວສານ

ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ໂຮມປະຊຸມເພື່ອສຳຫຼວດກວດກາ ແລະ ສຳເລັດວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ

ວັນທີ 11 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ ວໍຊິງຕັນ D.C, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ພ້ອມກັບລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ໄດ້ໂຮມປະຊຸມເພື່ອສຳຫຼວດກວດກາຄືນວຽກງານກະກຽມໃຫ້ກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ ເຊິ່ງຈະດຳເນີນໃນວັນທີ 12 – 13 ພຶດສະພາ ຢູ່ ວໍຊິງຕັນ D.C., ອາເມລິກາ.
  ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ໂຮມປະຊຸມເພື່ອສຳຫຼວດກວດກາ ແລະ ສຳເລັດວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ (ພາບ: VOV)  

 ໃນກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ແຈ້ງໃຫ້ຊາບວ່າ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມບັນດາການເຄືື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດພິເສດຄັ້ງນີ້; ຫວຽດນາມ ຈະສົມທົບກັບບັນດາປະເທດ ອາຊຽນ ປະກອບສ່ວນໃຫ້ແກ່ຜົນສຳເລັດຂອງກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ. ທ່ານລັດຖະມົນຕີການຕ່າງປະເທດ ເນັ້ນໜັກວ່າ ການຮັກສາຄວາມສາມັກຄີ, ຄວາມເປັນເອກະພາບໃນ ອາຊຽນ, ເສີມຂະຫຍາຍບົດບາດເປັນໃຈກາງ, ຍົກສູງຫຼັກໝັ້ນຫຼັກການ ແລະ ທັດສະນະລວມຂອງ ອາຊຽນ, ຮັກສາການສຳຜັດທີ່ສະເໝີພາບກັນຂອງ ອາຊຽນ ໃນການສາຍພົວພັນກັບບັນດາຄູ່ຮ່ວມມື ແລະ ຊຸກຍູ້ການຮ່ວມມືແທດຈິງ, ມີປະສິດທິຜົນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແມ່ນບັນດາເນື້ອໃນເຊິ່ງ ອາຊຽນ ຕ້ອງສືບຕໍ່ຢັ້ງຢືນ.

ຕອນບ່າຍວັນທີ 11 ພຶດສະພາ (ຕາມເວລາທ້ອງຖິ່ນ), ບັນດາເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ ແລະ ອາເມລິກາ ໄດ້ໂຮມປະຊຸມ ເພື່ອສຳຫຼວດກວດກາຄັ້ງສຸດທ້າຍ, ເປັນເອກະພາບຕໍ່ລາຍການດຳເນີນງານ ແລະ ເອກະສານຕ່າງໆຂອງກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ. 


top