ຂ່າວສານ

ລັດຖະມົນຕີການຕ່າງປະເທດ ຈີນ: ການພົວພັນ ຈີນ - ຫວຽດນາມ ສະແດງໃຫ້ເຫັນລັກສະນະຍຸດທະສາດ ແລະ ລະດັບຂັ້ນສູງຢ່າງຮອບດ້ານ

ການຢ້ຽມຢາມຂອງທ່ານປະທານປະເທດ ສີຈິນຜິງ ແມ່ນການກະທຳດ້ານການທູດສຳຄັນໄດ້ປະຕິບັດພາຍຫຼັງກອງປະຊຸມສູນກາງພັກກ່ຽວກັບວຽກງານບ້ານໃກ້ເຮືອນຄຽງ.
ທ່ານ ຫວາງອີ, ກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກ, ລັດຖະມົນຕີການຕ່າງປະເທດ ຈີນ (ພາບ: AFP/TTXVN)

ວັນທີ 19 ເມສາ, ຢູ່ ປັກກິງ, ປະເທດ ຈີນ, ກ່າວຄຳເຫັນພາຍຫຼັງການໄປປະຕິບັດງານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິນຜິງ ໄປ 3 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີ  ຫວຽດນາມ, ທ່ານ ຫວາງອີ, ກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກ, ລັດຖະມົນຕີການຕ່າງປະເທດ ຈີນ ໃຫ້ຮູ້ວ່າ, ການຢ້ຽມຢາມຂອງທ່ານປະທານປະເທດ ສີຈິນຜິງ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງປະມຸກລັດປະເທດນີ້ໃນປີນີ້ ແລະ ແມ່ນການກະທຳດ້ານການທູດສຳຄັນໄດ້ປະຕິບັດພາຍຫຼັງກອງປະຊຸມສູນກາງພັກກ່ຽວກັບວຽກງານບ້ານໃກ້ເຮືອນຄຽງ. ຕາມທ່ານລັດຖະມົນຕີ ຫວາງອີ ແລ້ວ, ການຊີ້ນຳຂັ້ນສູງຂອງ 2 ພັກ, 2 ລັດແມ່ນທ່າແຮງຢ່າງໃຫຍ່ຫຼວງ ແລະ ການຮັບປະກັນດ້ານການເມືອງສຳຄັນທີ່ສຸດໃຫ້ແກ່ການພັດທະນາການພົວພັນ ຈີນ - ຫວຽດນາມ.

ປີນີ້ໄດ້ສ້າງຂີດໝາຍສະເຫຼີມສະຫຼອງ 75 ປິແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຈີນ ແລະ ຫວຽດນາມ (18 ມັງກອນ 1950 – 18 ມັງກອນ 2025).


top