ວັນທີ 1 ຕຸລາ, ຢູ່ນະຄອນຫຼວງຮ່າໂນ້ຍ, ຈະມີເວທີປາໄສລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າ ແລະ ປະທານສະມາຄົມຊາວກະສິກອນຫວຽດນາມ - ຮັບຟັງຄຳຄິດເຫັນຊາວກະສິກອນ ດ້ວຍຫົວຂໍ້ ‘‘ເຊື່ອມຕໍ່ທ້ອງຕະຫຼາດ-ສ້າງເຄື່ອງໝາຍການຄ້າ-ຊຸກຍູ້ການຈຳໜ່າຍຜະລິດຕະພັນກະເສດ, ປະກອບສ່ວນເຂົ້າໃນການເຕີບໂຕ 2 ຕົວເລກ”.
ເຫດການນອນຢູ່ໃນບັນດາໂຄງການເອກອ້າງທະນົງໃຈຊາວກະສິກອນຫວຽດນາມ 2025, ມຸ່ງໄປສູ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມຊາວກະສິກອນຫວຽດນາມ ຄົບຮອບ 95 ປີ (1930-2025).
ຕາມກະຊວງອຸດສາຫະກຳ-ການຄ້າແລ້ວ, ເປັນປະທານຮ່ວມໃນຄັ້ງນີ້ແມ່ນ ທ່ານ ຫງວຽນ ຫົ່ງ ຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າ ແລະ ທ່ານ ເລືອງ ກວັກ ດວ່ານ, ຮອງປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມຊາວກະສິອນຫວຽດນາມ.
ກ່ອນຈຸດເວລາດຳເນີນເວທີປາໄສ, ຄະນະຈັດຕັ້ງໄດ້ປະຕິບັດການຮັບເອົາຄຳຄິດເຫັນຢ່າງກວ້າງຂວາງຈາກຊາວກະສິກອນ, ຮ່ວມມືກັບຕາແສງ, ຊ່ຽວຊານ ແລະ ວິສາຫະກິດ. ບັນດາກຸ່ມບັນຫາທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດແມ່ນປະກອບມີ ການຫັນຜະລິດຕະພັນກະເສດໃນລະບົບສະໜອງເປັນການຄ້າ; ພັດທະນາເຄື່ອງໝາຍການຄ້າຜະລິດຕະພັນກະເສດທ້ອງຖິ່ນ; ເຊື່ອມຕໍ່ການຄ້າດິຈິຕອນ; ການກຳນົດທິດຍຸດທະສາດຂອງ ກະຊວງອຸດສາຫະກຳ-ການຄ້າ ກ່ຽວກັບ ທ້ອງຕະຫຼາດພາຍໃນ ແລະ ການສົ່ງອອກຜະລິດຕະພັນກະເສດ.