ຂ່າວສານ

ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາເນັ້ນໜັກເຖິງ “ການທົດສອບ” ນຳ ສປປ.ເກົາຫຼີ ກັບຄືນສູ່ການເຈລະຈາ

      ວັນທີ 13 ທັນວາ, ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ຖືວ່າ ອາເມລິກາ ຈະໄດ້ຮັບການທົດສອບໂດຍໄວໃນການ ນຳ ສປປ.ເກົາຫຼີກັບຄືນສູການເຈລະຈາ ເພື່ອປຶກສາຫາລືກ່ຽວກັບໂຄງການອາວຸດນິວເຄຼຍຂອງປະເທດນີ້.

ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ (ພາບ: AFP/TTXVN) 
      ກ່າວຄຳເຫັນຕໍ່ສະພາການພົວພັນຕ່າງປະເທດ ຢູ່ ນິວຢອກ, ທ່ານ Esper ເນັ້ນໜັກວ່າ ອາເມລິກາພວມມານະພະຍາຍາມເຊື່ອມຕໍ່ການເຈລະຈາຍ້ອນບັນຫາໂຄງການນິວເຄຼຍ ແລະ ລູກສອນໄຟຂອງ ສປປ.ເກົາຫຼີຄືນໃໝ່ນັ້ນ ພຽງແຕ່ຈະໄດ້ຮັບການແກ້ໄຂຜ່ານການປຶກສາຫາລືທາງການທູດ. ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາກໍ່ຢັ້ງຢືນວ່າ “ຖ້າສົງຄາມເກີດຂຶ້ນຢູ່ແຫຼມເກົາຫຼີນັ້ນແມ່ນຈະຮ້າຍແຮງທີ່ສຸດ ແລະ ບໍ່ມີໃຜຢາກໃຫ້ມັນເກີດຂຶ້ນ”. ຕາມນັ້ນແລ້ວ, ທ່ານຖືວ່າ ອາເມລິກາ “ຈະໄດ້ຮັບການທົບສອບໂດຍໄວເພື່ອພະຍາຍາມນຳ ສປປ.ເກົາຫຼີກັບຄືນສູ່ການເຈລະຈາ, ຫວັງວ່າ ເຂົາເຈົ້າຈະບໍ່ເລືອກເອົາເສັ້ນທາງອື່ນ”.
 (ແຫຼ່ງຄັດຈາກ VOV)
 


top