ຂ່າວສານ

ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບລັດຖະມົນຕີກະຊວງກໍ່ສ້າງສ.ກຸຍບາ

ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕົກລົງເລືອກເອົາບໍລິສັດ Dinvai ຂຶ້ນກັບກະຊວງກໍ່ສ້າງ ກຸຍບາ ເປັນບໍລິສັດໃຫ້ຄຳປຶກສາໂຄງການເສັ້ນທາງ ເຈື່ອງເຊີນດົງ.
  ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງກໍ່ສ້າງ ສ.ກຸຍບາ Rene Antonio Mesa Villafana (ພາບ: qdnd.vn)  

 ຕອນບ່າຍວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງກໍ່ສ້າງ ສ.ກຸຍບາ Rene Antonio Mesa Villafana.

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງ ຫວຽດນາມ - ກຸຍບາ ເຊິ່ງປະທານ ໂຮ່ຈີມິນ ແລະ ປະທານ Fidel Castro ກໍ່ຕັ້ງພື້ນຖານ, ຍາມໃດກໍ່ໄດ້ຮັບການເພີ່ມພູນຄຸນສ້າງ, ພັດທະນາຈາກການນຳພັກ, ລັດ, ປະຊາຊົນ, ກອງທັບ 2 ປະເທດໃນໄລຍະກວ່າ 60 ປີຜ່ານມາ, ໃນປະຈຸບັນ, ໄດ້ກາຍເປັນສາຍພົວພັນທີ່ເປັນແບບຢ່າງສາຍພົວພັນມີລັກສະນະເປັນສັນຍາລັກຂອງຍຸກສະໄໝ. ຫວຽດນາມ ຕີລາຄາສູງອິດທິພົນຊື່ສຽງ, ບົດຮຽນ, ທ່າແຮງຂອງ ກຸຍບາ ໃນຂົງເຂດກໍ່ສ້າງ. ສະນັ້ນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕົກລົງເລືອກເອົາບໍລິສັດ Dinvai ຂຶ້ນກັບກະຊວງກໍ່ສ້າງ ກຸຍບາ ເປັນບໍລິສັດໃຫ້ຄຳປຶກສາໂຄງການເສັ້ນທາງ ເຈື່ອງເຊີນດົງ. ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ, ກະຊວງປ້ອງກັນປະເທດ ຫວຽດນາມ ຈະສ້າງເງື່ອນໄຂສະດວກຢ່າງສຸດຂີດເພື່ອໃຫ້ 2 ຝ່າຍປະຕິບັດສຳເລັດໜ້າທີ່ເຊິ່ງລັດຖະບານ 2 ປະເທດມອບໝາຍໃຫ້ເປັນຢ່າງດີ.

ສ່ວນທ່ານລັດຖະມົນຕີ Rene Antonio Mesa Villafana ໄດ້ຂອບອົກຂອບໃຈກະຊວງປ້ອງກັນປະເທດ ຫວຽດນາມ ທີ່ໄດ້ສ້າງເງື່ອນໄຂໃຫ້ ກຸຍບາ ເຂົ້າຮ່ວມໂຄງການເສັ້ນທາງ ເຈື່ອງເຊີນດົງ ໂດຍກະຊວງປ້ອງກັນປະເທດ ຫວຽດນາມ ເປັນເຈົ້າຂອງລົງທຶນ; ພ້ອມທັງສະແດງຄວາມພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາກິດຈະກຳອື່ນໆຂອງກະຊວງປ້ອງກັນປະເທດ ຫວຽດນາມ ໃນໄລຍະຈະມາເຖິງ.



top