ຂ່າວສານ

ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ຢ້ຽມຢາມ ຫວຽດນາມຢ່າງເປັນທາງການ

      ກ່ອນໜ້ານັ້ນໃນເດືອນກໍລະກົດ 2018, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Mike Pompeo ໄດ້ເລືອກເອົາຫວຽດນາມແມ່ນປະເທດໄປຢ້ຽມຢາມ ທຳອິດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ນັບແຕ່ເວລາທ່ານຮັບດຳລົງຕຳແໜ່ງໃນເດືອນເມສາ 2018. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງແລະ ທ່ານ Mike Pompeo
ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ
      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ, ໃນວັນທີ 29 ຕຸລາ, ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ, ການຢ້ຽມຢາມຫວຽດນາມຄັ້ງນີ້ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ອີກຄັ້ງໜຶ່ງໄດ້ຢັ້ງຢືນ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ພວມພັດທະນາຢ່າງດີງາມ ແລະ ຕັ້ງໜ້າ, ຫວຽດນາມສວມບົດບາດສຳຄັນໃນນະໂຍບາຍຂອງອາເມລິກາຢູ່ພາກພື້ນ.
            ກ່ອນໜ້ານັ້ນໃນເດືອນກໍລະກົດ 2018, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Mike Pompeo ໄດ້ເລືອກເອົາຫວຽດນາມແມ່ນປະເທດໄປຢ້ຽມຢາມ ທຳອິດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ນັບແຕ່ເວລາທ່ານຮັບດຳລົງຕຳແໜ່ງໃນເດືອນເມສາ 2018. ນັບແຕ່ນັ້ນເປັນຕົ້ນມາ, ທີ່ບັນດາການໂອ້ລົມທາງໂທລະສັບກັບບັນດາການນຳຫວຽດນາມ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ຍາມໃດກໍ່ຢັ້ງຢືນວ່າ: “ໃນ25 ປີທີ່ຜ່ານມາ, ສອງປະເທດໄດ້ສ້າງການພົວພັນຄູ່ຮ່ວມມື ແລະ ນ້ຳໃຈໄມຕີຈິດມິດຕະພາບບົນພື້ນຖານການແບ່ງປັນຜົນປະໂຫຍດ, ເຄົາລົບນັບຖືເຊິ່ງກັນແລະກັນ. ນີ້ຈະແມ່ນພື້ນຖານເພື່ອໃຫ້ ຫວຽດນາມ - ອາເມລິກາ ມຸ່ງໄປສູ່ການຮ່ວມມືສ້າງສັ້ນໃນອະນາຄົດ”.
 (ແຫຼ່ງຄັດຈາກ VOV)
 


top