ຂ່າວສານ

ລັດຖະບານໜູນຊ່ວຍປະຊາຊົນປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19

      ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ຮຽກຮ້ອງໃຫ້ ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຕາມສິດອຳນາດຂອງຕົນ, ຮີບດ່ວນປະຕິບັດການພິຈາລະນາ, ປະຕິບັດການດັດປັບບລົງຄ່ານ້ຳສະອາດ ໃຫ້ແກ່ປະຊາຊົນ ແລະ ບັນດາເປົ້າໝາຍນຳໃຊ້ນ້ຳສະອາດທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19
ລັດຖະບານຫຼຸດລົງລາຄາໄຟຟ້າໃຫ້ແກ່ປະຊາຊົນ (ພາບ: VOV)
      ທ່ານນາຍົກລັດຖະມົນຕີ ໄດ້ເຫັນດີຫຼຸດລາຄາໄຟຟ້າລົງ ໃຫ້ແກ່ບັນດາລູກຄ້ານຳໃຊ້ໄຟຟ້າໃນຊີວິດປະຈຳວັນ ຢູ່ບັນດາແຂວງ, ນະຄອນພວມຕ້ອງປະຕິບັດການແຍກຫ່າງໃນສັງຄົມ ຕາມຄຳສັ່ງເລກທີ 16 ດ້ວຍການຫຼຸດ 10 – 15% ໃນ 2 ເດືອນ. ບັນດາຮາກຖານແຍກຫ່າງການແພດ ສຳລັບຜູ້ຕິດເຊື້ອ ຫຼືສົງໄສຕິດເຊື້ອພະຍາດໂຄວິດ - 19 ໄດ້ເກັບສ່ວນໜຶ່ງຄ່າໃຊ້ຈ່າຍຂອງຜູ້ພວມປະຕິບັດການແຍກຕົວທາງການແພດ ຈະໄດ້ຫຼຸດລາຄາໄຟຟ້າ 100%.
ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ຮຽກຮ້ອງໃຫ້ ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຕາມສິດອຳນາດຂອງຕົນ, ຮີບດ່ວນປະຕິບັດການພິຈາລະນາ, ປະຕິບັດການດັດປັບບລົງຄ່ານ້ຳສະອາດ ໃຫ້ແກ່ປະຊາຊົນ ແລະ ບັນດາເປົ້າໝາຍນຳໃຊ້ນ້ຳສະອາດທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19, ພິເສດແມ່ນບັນດາສະຖານທີ່ພວມປະຕິບັດການແຍກຫ່າງໃນສັງຄົມຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ.
ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກໍ່ປະກອບຄຳເຫັນສະເໜີໃຫ້ກະຊວງຖະແຫຼງຂ່າວ ແລະ ການສື່ສານຊີ້ນຳບັນດາວິສາຫະກິດໂທລະຄົມມະນາຄົມ ພິຈາລະນາໂດຍໄວ ແລະ ຕັດສິນການດັດປັບຫຼຸດຄ່າບໍລິການ ເພື່ອໜູນຊ່ວຍໃຫ້ບັນດາລູກຄ້າທີ່ພວມນຳໃຊ້ການບໍລິການ, ພິເສດແມ່ນໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ, ແກ່ຍາວຄືໃນປັດຕຸບັນ.
(ແຫຼ່ງຄັດຈາກ VOV)


top