ຂ່າວສານ

ລັດຖະບານແຈ້ງໃຫ້ຊາບມີຫຼາຍບັນຫາເຊິ່ງຫາງສຽງມີຄວາມສົນໃຈ

ຕອນຄ່ຳວັນທີ 30 ສິງຫາ, ທີ່ການປະຊຸມຂ່າວພາຍຫຼັງກອງປະຊຸມນັດສາມັນ ເດືອນສິງຫາ ຂອງລັດຖະບານ, ທ່ານ ມາຍຕຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ໄດ້ແຈ້ງບັນດາໝາກຜົນພົ້ນເດັ່ນ ທາງດ້ານເສດຖະກິດ, ສັງຄົມຂອງປະເທດຊາດໃນ 8 ເດືອນຜ່ານມາ.


ລັດຖະບານແຈ້ງໃຫ້ຊາບມີຫຼາຍບັນຫາເຊິ່ງຫາງສຽງມີຄວາມສົນໃຈ

(ພາບ: VGP)

ທ່ານລັດຖະມົນຕີ ມາຍຕຽນຢຸງ ໃຫ້ຮູ້ວ່າ, ລັດຖະບານໄດ້ຕີລາຄາເສດຖະກິດ, ສັງຄົມໃນເດືອນສິງຫາ ແລະ 8 ເດືອນຂອງປີ 2018  ແມ່ນສືບຕໍ່ທ່າອ່ຽງຕັ້ງໜ້າ. ເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້, ດັດຊະນີການໃຊ້ສອຍສືບຕໍ່ໄດ້ຮັບການຄວບຄຸມ CPI ເດືອນສິງຫາ ເພີ່ມຂຶ້ນ 0,45% ເມື່ອທຽນໃສ່ເດືອນກ່ອນ, ດັດຊະນີການໃຊ້ສອຍສະເລ່ຍໃນ 8 ເດືອນຂອງປີ 2018 ເພີ່ມຂຶ້ນ 3,52% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ບັນດາຂະແໜງເສດຖະກິດຕົ້ນຕໍສືບຕໍ່ພັດທະນາຢ່າງແຮງ. ຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນຕ່າງປະເທດກັບພື້ນຖານເສດຖະກິດຫວຽດນາມ ຍັງໄດ້ຮັບການຢັ້ງຢືນ ໃນສະພາບການໂລກມີການຜັນແປຫຼາຍຢ່າງ.

 

        ກໍ່ທີ່ການປະຊຸມຂ່າວ, ການນຳບັນດາກະຊວງ, ຂະແໜງການໄດ້ຕອບຫຼາຍຄຳຖາມຂອງນັກຂ່າວກ່ຽວກັບບັນດາບັນຫາເຊິ່ງຫາງສຽງມີຄວາມສົນໃຈຄື: ຂໍ້ມູນຂ່າວກ່ຽວກັບການສ້າງສະຖານີລົດໄຟຟ້າໃຕ້ດິນ C9 ຢູ່ໃກ້ກັບໜອງ ຮ່ວານກຽມ; ເລື່ອງການຄາດຄະເນນຳການແຂ່ງຂັນລົດໂອໂຕຄວາມໄວ້ສູງ F1 ມາແຂ່ງຂັນຢູ່ຫວຽດນາມ…

(ແຫຼ່ງຄັດຈາກ VOV)

 


top