ຂ່າວສານ

ລັດຖະບານເຫັນດີເລື່ອງຮັບວັກຊິນກັນໂຄວິດ-19 ໃຫ້ແກ່ເດັກໃນເກນອາຍຸແຕ່ 5 ຫາ ຕ່ຳກວ່າ 12 ປີ

ລັດຖະບານ ຕົກລົງ, ເຫັນດີຕໍ່ຂໍ້ສະເໜີຂອງກະຊວງສາທາລະນະສຸກ ຫວຽດນາມ ກ່ຽວກັບເລື່ອງຮັບເອົາວັກຊິນກັນໂຄວິດ-19 ໃຫ້ແກ່ເດັກໃນເກນອາຍຸແຕ່ 5 ຫາ ຕ່ຳກວ່າ 12 ປີຈາກແຫຼ່ງອຸປະຖຳຂອງລັດຖະບານບັນດາປະເທດ
  (ແຫຼ່ງຄັດຈາກ VOV)  

 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຫາກໍ່ເຊັນປະກາດໃຊ້ດຳລັດຂອງລັດຖະບານສະບັບອອກວັນທີ 14 ເມສາ 2022 ກ່ຽວກັບວັກຊິນກັນໂຄວິດ-19 ໃຫ້ເດັກໃນເກນອາຍຸແຕ່ 5 ຫາ ຕ່ຳກວ່າ 12 ປີ.

ລັດຖະບານ ຕົກລົງ, ເຫັນດີຕໍ່ຂໍ້ສະເໜີຂອງກະຊວງສາທາລະນະສຸກ ຫວຽດນາມ ກ່ຽວກັບເລື່ອງຮັບເອົາວັກຊິນກັນໂຄວິດ-19 ໃຫ້ແກ່ເດັກໃນເກນອາຍຸແຕ່ 5 ຫາ ຕ່ຳກວ່າ 12 ປີຈາກແຫຼ່ງອຸປະຖຳຂອງລັດຖະບານບັນດາປະເທດ, ອົງການຈັດຕັ້ງສາກົນມອບໃຫ້ ຫວຽດນາມ.

ກະຊວງສາທາລະນະສຸກ ອີງໃສ່ສະພາບໂລກລະບາດ, ລະດັບການສັກວັກຊິນ, ແຫຼ່ງອຸປະຖຳ, ແຫຼ່ງວັກຊິນສາມາດຊື້ໄດ້ເພື່ອຮັບປະກັນຢ່າງທັນການ, ຖືກຕາມການກຳນົດເວລາ, ປອດໄພ, ມີຄຸນນະພາບ ແລະ ປະສິດທິຜົນ. ໃນກໍລະນີຕ້ອງການຊື້ວັກຊິນເພື່ອສັກໃຫ້ເດັກໃນເກນອາຍຸດັ່ງກ່າວ, ກະຊວງສາທາລະນະສຸກໄດ້ເປັນເຈົ້າການກຳນົດ ແລະ ຮັບຜິດຊອບດ້ານປະລິມານ, ເວລາ ແລະ ຊະນິດທີ່ຕ້ອງການຊື້ເພື່ອໃຫ້ສອດຄ່ອງກັບຄວາມຄືບໜ້າ, ແລ້ວລາຍງານຕໍ່ນາຍົກລັດຖະມົນຕີ.

ມະຕິມີຜົນສັກສິດນັບແຕ່ວັນທີ 14 ເມສາ 2022 ເປັນຕົ້ນໄປ.


top