ຂ່າວສານ

ລັດຖະບານຮຽກຮ້ອງໃຫ້ ຍົກເລີກບັນດາໂຄງການລົງທຶນສາທາລະນະ ທີ່ບໍ່ມີປະສິດທິຜົນ

     ທ່ານນາຍົກລັດຖະມົນຕີ ຫາກໍ່ປະກາດໃຊ້ຄຳສັ່ງເລກທີ 13 ກ່ຽວກັບການຍູ້ໄວຄວາມຄືບໜ້າ ແລະ ຍົກສູງຄຸນນະພາບ ໃນການສ້າງແຜນການລົງທຶນສາທາລະນະ ໄລຍະກາງ 2021 – 2025.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ່າມມິງຈິງ (ພາບ: VGP)
     ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ການລົງທຶນຕ້ອງມີຈຸດສຸຸມ ເຂົ້າບັນດາຂົງເຂດ, ຂະແໜງການທີ່ສຳຄັນ, ບັນດາເຂດກຳລັງໜູນ, ມີການເຕີບໂຕທີ່ສຸດ, ໂຄງການໃຫຍ່, ສຳຄັນຂອງປະເທດຊາດ, ໂຄງການມີຂອບຂະໜາດໃຫຍ່, ເຊື່ອມຕໍ່ລະຫວ່າງເຂດ, ບັນດາໂຄງການສຳຄັນ, ຈຳເປັນຂອງແຕ່ລະທ້ອງຖິ່ນ, ພ້ອມທັງເອົາໃຈໃສ່ເປັນພິເສດເຖິງບັນດາໂຄງການປ້ອງກັນ, ຕ້ານໄພທຳມະຊາດ, ໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນການຊ່ວຍເຫຼືອສັງຄົມ, ເບິ່ງແຍງດູແລ ຊີວິດການເປັນຢູ່ຂອງປະຊາຊົນ.
            ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຕ້ອງແກ້ໄຂສະພາບການລົງທຶນແບບກະແຈກກະຈາຍ,  ຟູມເຟືອຍ, ບໍ່ມີປະສິດທິຜົນດີຢ່າງເດັດຂາດ; ແຕ່ລະກະຊວງ, ອົງການ, ທ້ອງຖິ່ນ ຕ້ອງສຸມໃສ່ກວດກາຢ່າງລະອຽດ, ຫຼຸດຜ່ອນຈຳນວນໂຄງການຢ່າງແຮງ ເປັນຕົ້ນແມ່ນບັນດາໂຄງການເລີ່ມລົງມືກໍ່ສ້າງໃໝ່; ຕ້ານໄພຫຍໍ້ທໍ້ ການສໍ້ລາດບັງຫຼວງຢ່າງເດັດຂາດ.
 (ແຫຼ່ງຄັດຈາກ VOV)


top